ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-18 18:45:24    
ຈີນ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ເລື່ອງ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ​ມອບ ລາງ​ວັນ​ໃຫ້​ພະ​ດາ​ໄລ​ລາ​ມະ

cri
ຕາມ​ຂ່າວ cri:ວັນ​ທີ 18 ຕຸລາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຮຽກ​ພົບ​ທ່ານ​ຄຼາກ ​ແຣນດ໊ ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະຈຳ​ຈີນ,ຕາງຫນ້າ​ລັດຖະບານ​ຈີນ​ປະ​ທ້ວງ​ຢ່າງ​ຮຸນແຮງກ່ຽວ​ກັບ​ເລື່ອງລັດຖະສະພາ​ອາ​ເມ​ລິ​ກາມ​ອບລາງວັນ​ຄຳ​ລັດຖະສະພາ​ໃຫ້​ພະ​ດາ​ໄລລາ​ມະ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​​ເປັນ​ປະຈຳ​ໃນ​ມື້​ດຽວ​ກັນ, ທ່ານ​ລິວ​ຈ້ຽນຊ່າວ​ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ກິລິຍາ​ວາຈາ​ຂອງ​ພະ​ດາ​ໄລລາ​ມະ​ໃນ​ຫລາຍ​ສິບ​ປີ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ແມ່ນ​ຜູ່​ພັດ​ຖິ່ນ​ການ​ເມືອງ​ທີ່​ຖື​ຄັນ​ຕາ​ລະ​ບັດ​ສາສະຫນາ​ເພື່ອ​ເຄື່ອນ​ໄຫວ​ແບ່​ງ​ແຍກ​ປະ​ເທດ​ຊາດມາຍາ​ວນານ.ລັດຖະສະພາ​ອາ​ເມ​ລິ​ກາມ​ອບລາງວັນ​ໃຫ້​ພະ​ດາ​ໄລລາ​ມະ,ຜູ່​ນຳ​ອາ​ເມ​ລິ​ກາ​ເຂົ້າຮ່ວມ​ພິທີ​ມອບ​ລາງວັນແລະ​ພົບ​ປະ​ກັບ​ພະ​ດາ​ໄລລາ​ມະ,​ມັນ​ເປ​ນັການ​ຝ່າຝືນ​ຫລັກ​ມາດຖານ​ພື້ນຖານ​ຂອງ​ການ​ພົວພັນ​ລະຫວ່າງ​ຊາດ​ຢ່າງ​​ຮ້າຍ​ແຮງ, ​ໄດ້​ລະ​ເມີດ​ຫລັກ​ຫມັ້ນຂອງ​ອາ​ເມ​ລິ​ກາ​ທີ່​ກ່າວ​ຢ້ຳຫລາຍ​ເທື່ອ​ວ່າຮັບຮອງ​ຕິ​ເບ​ດ​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງດິນ​ແດນ​ຈີນ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້ນັ້ນຢ່າງຮ້າຍ​ກາດ.ການ​ກະທຳ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ດັ່ງກ່າວ​ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ກາດ,ຝ່າຍ​ຈີນ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງຣຸນ​ແຮງ​ແລະ​ຄັດຄ້ານ​ຢ່າງ​ເດັດດ່ຽວ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ, ຝ່າຍ​ຈີນ​ທວງ​ໃຫ້​​ຝ່າຍ​ອາ​ເມ​ລິ​ກາ​ຈົ່ງ​ໃຊ້​ມາດ​ຕະການ​ທີ​ບັງ​ເກີດ​ຜົນ​ໃນ​ທັນທີ​ລົບ​ລ້າງ​ຜົນ​ສະທ້ອນ​ອັນ​ຫນັກຫນ່ວງ ຍ້ອນການ​ກະທຳ​ອັນ​​ຜິດພາດ​ຂອງ​​ເຂົາ, ​ເຊົາ​ຍຸຍົງ​ແລະ​ສະຫນັບສະຫນູນ​ອິດ​ທິກຳລັງ​ແບ່ງ​ແຍກ​ຕິ​ເບ​ດ​ໃຫ້​ເປັນ​ເອກະລາດ​ນັ້ນດຳ​ເນີນ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຈີນ,​ເຊົາ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ,​ປົກ​ປັກ​ຮັກສາ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ດ້ວຍ​ການ​ກະທຳ​ຕົວ​ຈິງ.