ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-20 16:24:13    
ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ຫວັງ​ຈະ​ບຸກ​ທະ​ລຸ​200​ຕື້​ໂດ​ລາ​ໃນ​ປີ​ໜ້າ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ກອງ​ເລຂາ​ຂອງງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ​ທີ່​ຕັ້ງ​ຢູ່​ນານ​ນີງ ​ເທດສະບານ​ເຂດ​ກວາງຊີ​ຈີນ​ແຈ້ງ​ວ່າ,ປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນມີ​ຫວັງ​ຈະ​ບັນລຸ190ຕື້​ໂດ​ລາ,​ແລະ​ມີ​ຫວັງ​ຈະ​ບຸກທະລຸ200​ຕື້​ໂດ​ລາ​ໃນ​ປີ2008.

ທ່ານ​ຈ່າງ​ສຽວ​ຊິ່ນ ​ເລຂາທິການ​ໃຫຍ່ກອງ​ເລຂາ​ງານ​ເອັກສ໌​ໂປ​ຈີນ-ອາ​ຊຽນ​ແນະ​ນຳ​ວ່າ,ປະຈຸ​ບັບນີ້,ຈີນ​​ແລະ​ອາ​ຊຽນຕ່າງ​ໄດ້​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສີ່​ຂອງ​​ຝ່າຍ​ກົງ​ກັນ​ຂ້າມ.ຫຼາຍປີ​ມາ​ນີ້,ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນດຳ​ເນີນ​ຢ່າງ​ສະ​ດວກ,ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.8​ເດືອນ​ທຳ​ອິດ​ປີ​2007,​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນມີ​ເກືອບ128​ຕື້​ໂດ​ລາ.

ນອກ​ນີ້,ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນກໍ​ພັດທະນາ​ຢ່າງ​ສະ​ດວກ.​ນັບ​ມາ​ຮອດ​ທ້າຍ​ປີ2006,ນັບ​ລວມ​ແລ້ວ,ການ​ລົງທຶນ​ຕໍ່​ຈີນ​ຂອງ​ປະ​ເທດ​ອາ​ຊຽນມີ​ເກືອບ42​ຕື້​ໂດ​ລາ.ການ​ລົງທຶນ​ຂອງ​ຈີນ​ທີ່ມີ​ຕໍ່​ອາ​ຊຽນກໍ​ປະກົດ​ມີ​ທ່ວງທ່າ​ເພີ່ມ​ຂຶ້ນດ້ວຍ​ຈັງຫວະ​ໄວ.