ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-21 20:12:16    
ກອງ​ທະ​ຫານ​ສ.​ເກົາ​ຫຼີ​​ປະ​ຈຳ​ອີ​ຣັກ​ຕໍ່​ອາ​ຍຸ​ອີກ​ໜຶ່ງ​ປີ​ແລະ​ຫຼຸດ​ຈຳ​ນວນ​ທະ​ຫານ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ21​ຕຸລາ​ນີ້,​ເຈົ້າໜ້າ​ທີ່​ລັດຖະບານ​ສາທາລະນະ​ລັດ​ເກົາຫຼີກ່າວ​ວ່າ,ລັດ ຖະບານ​ໄດ້​ຕົກລົງ​​ຕໍ່​ອາຍຸ​ກອງ​ທະຫານ​ສາທາລະນະ​ລັດ​ເກົາຫຼີປະຈຳ​ອີຣັກ​ໄປອີກ​ໜຶ່ງ​ປີ,ຈະ​ສິ້ນສຸດ​ລົງ​ໃນ​ທ້າຍ​ປີ2008.ພ້ອມ​ກັນນັ້ນ,ລັດຖະບານ​ສາທາລະນະ​ລັດ​ເກົາຫຼີຕົກລົງ​ຈະ​ຫຼຸດ​ທະ​ຫານ​ສາທາລະນະ​ລັດ​ເກົາຫຼີ,ຈາກ1200​ຄົນ​ໃນ​ປະຈຸ​ບັນລົງ​ຮອດ600​ຄົນ.

ຕາມ​ຂ່າວສານ​ຢຸນຮັບ​ສ.​ເກົາຫຼີ,​ເຈົ້າໜ້າ​ທີ່​ທີ່​ບໍ່​ຢາກ​ເຜີຍ​ຊື່​ຜູ້​ນີ້​ກ່າວ​ວ່າ,ລັດຖະບານ​​ທຳການ​ຕົກລົງ​ດັ່ງກ່າວ​ແມ່ນ​ຍ້ອນພິຈາລະນາ​ເຖິງ​ສາຍສຳພັນ​ພັນທະ​ມິດ​ກັບ​ອາ​ເມ​ລິ​ກາ.​ການ​ຕົກ​ລົງ​ດັ່ງ​ກ່າວ​ຈະ​ສະ​ເໜີໃຫ້​ລັດຖະສະພາພິຈາລະນາ​ອະນຸມັດ.

ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ລັດຖະບານ​ອາ​ເມ​ລິກາ,​ປີ2004,ສາທາລະນະ​ລັດ​ເກົາ​ຫຼີ​ໄດ້​ສົ່ງ​ທະຫານ3600​ຄົນ​ໄປ​ປະຈຳຢູ່ເຂດ​​ແອຣບີນ ທາງ​ພາກ​ເໜືອ​ອີຣັກ,​ເພື່ອ​ຊ່ວຍ​ອີ​ຣັກ​ສ້າງສາ​ຄືນ​ໃໝ່,ປີ2006,ກອງ​ທະ​ຫານ​ກອງ​ນີ້​ໄດ້​ຫຼຸດລົງ​ຮອດ1200​ຄົນ.