ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-22 19:54:38    
ວິ​ສາ​ຫະກິດຈີນ​ແລະ​ຕ່າງປະ​ເທດ​ຍາດ​ແຍ່ງ​ໂອກາດ​ທຸລະ​ກິດ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ມໍ່ໆ​ນີ້,ມີ​ 40 ກວ່າ​​ວິ​ສາ​ຫະກິດໄດ້​ເຊັນ​ສັນຍາຮ່ວມ​ມື​ກັບ​ກອງເລຂາຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຕາມໆ​ກັນ,​ເພື່ອຍາດ​ແຍ່ງ​ໂອກາດ​ທຸລະ​ກິດ​ທີ່​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນນຳ​ເອົາ​ມາ.

ທ່ານ​ລຽງ​ຈີ​ງຫຼີ ຜູ້ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິ​ສັດ​ເຫຼັກ​ກ້າ​ຫຼີວ​ໂຈ່​​ເຂດ​ກວາງຊີ​ບອກ​ນັກ​ຂ່າວ​ວ່າ,ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ເລັ່ງລັດ​ເປີດ​ກວ້າງ​ຕະຫຼາດ​ອາ​ຊຽນ.ນັບ​ແຕ່​ເດືອນມັງກອນ​ຫາ​ເດືອນ​ກັນຍາ​ປີ​ນີ້,ບໍລິ​ສັດ​ດັ່ງກ່າວ​ໄດ້​ສົ່ງເຫຼັກ​ກ້າ​ອອກ​ໄປ​ຂາຍ​ຢູ່​ຕ່າງປະ​​ເທດ 4 ​ແສນ 8 ໝື່ນ 5 ພັນ​​ໂຕນ,​ໃນ​ນັ້ນ,ມີ 2 ​ແສນ 7 ໝື່ນ 2 ພັນ​ໂຕນ​ໄດ້​ສົ່ງ​ອອກ​ໄປ​ຂາຍ​ຢູ່​ປະ​ເທດ​ອາຊຽນ,ກວມ 50% ຂຶ້ນ​ໄປ​ຂອງ​ຍອດ​ປະລິມານ​ເຫຼັກ​ກ້າ​ທີ່ສົ່ງ​ອອກ​ໄປ​ຂາຍ​ຢູ່​ຕ່າງປະ​ເທດຂອງ​ວິ​ສາ​ຫະ​ກິດ​ດັ່ງກ່າວ.

ວິ​ສາ​ຫະກິດ​ຕ່າງປະ​ເທດ​ກໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ.ຕາມ​ແນະນຳ​ວ່າ,ຕາມ​​ແຜນ​ເດີມ,ງານ​ວາງສະ​ແດງ​ສິນຄ້າ​ຄັ້ງ​ນີ້ຈະ​ຕັ້ງ​ຮ້ານວາງສະ​ແດງສິນ​ຄ້າຂອງ​ຕ່າງປະ​ເທດ 1000 ຮ້ານ,​ແຕ່​ເມື່ອ​ຮອດ​ທ້າຍ​ເດືອນ​ກໍລະ​ກົດ,ຍອດ​ຈຳນວນ​ຮ້ານ​ວາງສະ​ແດງ​ສິນຄ້າ​ຕ່າງປະ​ເທດ​ໄດ້​ມີ​ເຖິງ 1135 ຮ້ານ,​ໃນ​ນັ້ນ,10 ປະ​ເທດ​ອາ​ຊຽນ​ໄດ້​ໃຊ້​ 1126 ຮ້ານ.ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ມຽນມາ ໄທ​ແລະ​ຫວຽດນາມ​ຍັງ​ໄດ້​ຮ້ອງ​ຂໍຫໍ​ວາງສະ​ແດງ​​ເອກະລາດ​ເພື່ອ​ວາງສະ​ແດງ​ສິນຄ້າ​ຂອງ​ປະ​ເທດ​ຕົນ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນີງນັບ​ແຕ່​ວັນ​ທີ 28 ຫາ​ວັນ​ທີ 31 ຕຸລາ​ນີ້,ປະຈຸ​ບັນ,ວຽກ​ງານ​ກະກຽມ​ພວມ​ດຳ​ເນີນ​ໄປ​ຢ່າງ​ສະດວກ.