ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-23 16:37:46    
ງານວາງສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງທີ 4 ຈະ​ຍົກ​ຫົວ​ຂໍ້​ການ​ຮ່ວມ​ມື​ລະ​ຫວ່າງ​​ເມືອງ​ທ່າ​ໃຫ້​ພົ້ນ​ເດັ່ນ

cri Author: mo

ຕາມ​ຂ່າວສານ​ຊີ​ນຮວາ: ນັກ​ຂ່າວ​ໄດ້​ຊາບ​ຈາກ​​ເຈົ້າໜ້າ​ທີ່ທີ່​ກ່ຽວຂ້ອງ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງທີ 4 ທີ່​ຈະຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 28 ຕຸລາ​ນີ້​ຈະຍົກ​ຫົວ​ຂໍ້​ຮ່ວມ​ມື​ລະຫວ່າງ​ເມືອງ​ທ່າ​​ໃຫ້​ພົ້ນ​ເດັ່ນ.


ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສອງຝ່າຍ​ຈີນ​ກັບ​ອາຊຽນ​ໄດ້​ບັນລຸ​ເຖີງ 127 ຕື້ 950 ລ້ານ​​ໂດ​ລາ, ​ໃນ​ປີ 2008 ຄາດ​ວ່າ​ຈະ​ບັນລຸ 200 ຕື້​ໂດ​ລາ.

ການ​ຮ່ວມ​ມື​ລະຫວ່າງເມືອງ​ທ່າ​ແມ່ນ​ເນື້ອ​ໃນ​ສຳຄັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ. ​ໃນ​ໄລຍະ​​ໄຂ​ງານ​ວາງສະ​ແດງ​ສິນຄ້າ​ຈີ​ນອາຊຽນຄັ້ງທີ 4, ຈະ​ຈັດ​ເວທີ​ປືກສາ​ຫາລື​ການ​ພັດທະນາ​ກັບ​ການ​ຮ່ວມ​ມື​ເມືອງ​ທ່າ​ຈີນ​ອາ​ຊຽນ, ຈະ​ເຊື້ອ​ເຊີນລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂອງ 10 ປະ​ເທດ​ອາຊຽນ ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ເມືອງ​ທ່າ​ຕົ້ນຕໍ​ ຜູ້​ຮັບຜິດຊອບ​ກຸ່ມ​ບໍລິ​ສັດ​ວຽກ​ງານ​ທ່າກ່ຳ​ປັ່ນ ນັກທຸລະກິດທີ່​ລົງທຶນເມືອງ​​​ທ່າສາກົນ ບໍລິສັດຂົນ​ສົ່ງ​ທາງນ້ຳ​ສຳຄັນ ນັກທຸລະກິດ​ບໍລິການ​ການ​ຈໍລະ​ຈອນ​ສິນຄ້າ ​ແລະ​ວິ​ສາ​ຫະກິດ​ສ້ອມ​​ແປງ​ແລະ​ຕໍ່ກ່ຳ​ປັ່ນ​ຂອງຈີນ​ແລະ 10 ປະ​ເທດ​ອາຊຽນ​ເຂົ້າຮ່ວມ, ​​ເພື່ອພ້ອມ​ກັນສະ​ແຫວ​ງຫາ​ໂອກາດ​ການ​ຄ້າ​ການ​ຮ່ວມ​ມື​ເມືອງ​ທ່າ​ໃນ​ພາກ​ພື້ນ.

ນອກ​ນີ້, ງານວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນຄັ້ງທີ 4 ຈະ​​ໃຫ້​ເມືອງ​ທ່າ​ຕົ້ນຕໍຂອງ​ຈີນ​ກັບ 10 ປະ​ເທດ​ອາ​ຊຽນ​​ເຂົ້າຮ່ວມ​ການວາງສະ​ແດງ​ໃນ​ຖານ​ະ​ເປັນ"​ຕົວ​ເມືອງ​ສະ​ເໜ່".