ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-24 18:46:23    
10 ປະ​ເທດ​ອາ​ຊຽນລ້ວນ​ແຕ່​ແມ່ນ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ຂອງ​ພົນລະ​ເມືອງ​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ມາ​ຮອດ​ປັດຈຸບັນ, 10 ປະ​ເທດ​ອາ​ຊຽນລ້ວນ​ແຕ່​​ໄດ້​ກາຍ​ເປັນ​ ​ປາຍ​ທາງ​ການທ່ອງທ່ຽວ​ຂອງ​ພົນລະ​ເມືອງ​ຈີນ​ແລ້ວ. ​ໃນ​ນັ້ນ, ສິງກະ​ໂປ​ແລະ​ມາ​ເລ​ເຊຍ ​ໄດ້​ເປີດ​​ໃຫ້​ພົນລະ​ເມືອງ​ຈີນ​ມາ​ທ່ຽວກ່ອນໝູ່ ​ເມື່ອ​ປີ 1990.

ທ່ານ​ຄ້ວງ​ເວີຍ​ໜານ ຜູ້​ຮັບຜິດຊອບ​ພາກສ່ວນ​ການທ່ອງທ່ຽວ​ເຂດ​ປົກຄອງ​ຕົນ​ເອງ​ກວາງ​ຊີ​ເຜົ່າ​ຈ້ວງ​ກ່າວ​ວ່າ, 10 ປະ​ເທດ​ອາ​ຊຽນ​​ເປີດ​ປະຕູ​ໃຫ້​ພົນລະ​ເມືອງ​ຈີນ​ໄປ​ທ່ອງ​ທ່ຽວ​ ບໍ່​ພຽງ​ແຕ່ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດໃນ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ບໍ​ລິ​ໂພກ​ເທົ່າ​ນັ້ນ, ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ໄດ້​​ເພີ່ມ​ການ​ແລກປ່ຽນດ້ານວັດທະນະທຳ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ 10 ປະ​ເທດ​ອາ​ຊຽນ.

ປັດຈຸບັນ 10 ປະ​ເທດ​ອາ​ຊຽນນອກຈາກ​ໄດ້​ກາຍ​ເປັນ​ປາຍທາງ​ການທ່ອງ​ທ່ຽວ​ຂອງ​ພົນ​ລະ​ເມືອງ​ຈີນ​ແລ້ວ, ​ໃນ​ຂົງ​ເຂດ​ບໍລິການຕ່າງໆ ​ເຊັ່ນ ການ​ສຶກສາ ຄົມ​ມະ​ນາ​ຄົມ ພະ​ລັງ​ງານ ວັດທະນະທຳ​ແລະ​ການ​ປິ່ນປົວ​ເປັນຕົ້ນ ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ກໍ​ນັບ​ມື້​ນັບ​​ເລິກ​ເຊິ່ງ. ອີງ​ຕາມ "ສັນຍາ​ການ​ຄ້າ​ບໍລິການ​" ທີ່​ສອງ​ຝ່າຍ​ໄດ້​ເຊັນ​ກັນ ​​ເມື່ອ​ເດືອນ​ມັງ​ກອນ​ປີ​ນີ້, ຈີນ​ແລະ​ອາ​ຊຽນຈະ​ໄຂ​ຕະຫຼາດ​ການ​ບໍລິການ​ຕໍ່​ກັນ​ໃຫ້​ກວ້າງ​ອີກ ບົນ​ພື້ນ​ຖານ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​​ໃນ​ເວລາ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ​ເພື່ອ​ອຳ​ນວຍ​ເງື່ອນ​ໄຂ​​ສະ​ດວກ​ກວ່າ​ເກົ່າ ​ໃນ​ການ​ອະນຸຍາດ​ໃຫ້​ເຂົ້າສູ່ຕະຫຼາດ​ກັນ.