ຕາມຂ່າວສານຊິນຮວາ: ຕົວເລກຫຼ້າສຸດຂອງສູນແລກປ່ຽນເງິນຕາຕ່າງປະເທດຂອງຈີນສະແດງໃຫ້ເຫັນວ່າ, ວັນທີ 25 ຕຸລານີ້, ເງິນຢວນຈີນກັບໂດລາອາເມລິກາໄດ້ແລກປ່ຽນກັນດ້ວຍອັດຕາ 1 ໂດລາຕໍ່ 7,4867 ຢວນລາຄາກາງ, ສ້າງສະຖິຕິສູງໃໝ່ ນັບແຕ່ໄດ້ປະຕິຮູບກົນໄກອັດຕາແລກປ່ຽນເງິນຢວນຈີນມານີ້.
ຖ້າຄິດໄລ່ຕາມອັດຕາ 1 ໂດລາຕໍ່ 8,11 ຢວນ ໃນເວລາຫາກໍ່ປະຕິຮູບກົນໄກອັດຕາແລກປ່ຽນເງິນຢວນເມື່ອເດືອນກໍລະກົດປີ 2005ນັ້ນ, ດຽວນີ້, ເງິນຢວນຈີນໄດ້ຂຶ້ນລາຄາເກືອບ 8,33%.
|