ນັກທຸລະກິດຈັດຊື້ຂອງຂອງຈີນແລະຕ່າງປະເທດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 4 ຄາດວ່າຈະມີ 2 ໝື່ນກວ່າຄົນ
cri
Author: cai
ຕາມຂ່າວCRI:ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນນານນີງ ເຂດກວງຊີຈີນໃນວັນທີ 28 ຕຸລານີ້.ວັນທີ 25 ຕຸລານີ້,ຢູ່ປັກກິ່ງ,ທ່ານວາງຊີ່ນເພີຍ ໂຄສົກຖະແຫຼງຂ່າວກະຊວງການຄ້າຈີນແນະນຳວ່າ,ກະວ່າ,ໃນງານວາງສະແດງສິນຄ້າເທື່ອນີ້,ຈະມີຜູ້ຈັດຊື້ຂອງວິຊາສະເພາະຂອງຈີນແລະຕ່າງປະເທດ 2 ໝື່ນກວ່າຄົນເຂົ້າຮ່ວມ.
ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ຈະດຳເນີນເປັນເວລາ 4 ມື້,ລວມມີການວາງສະແດງ 4 ປະເພດຄື:ການຄ້າສິນຄ້າ ການຮ່ວມມືລົງທຶນ ເຕັກນິກທີ່ເໝາະໃຊ້ໃນຊົນນະບົດແລະຕົວເມືອງທີ່ມີສະເໜ່,ມີຮ້ານວາງສະແດງ 3400 ຮ້ານ.ໃນນັ້ນ,ຮ້ານວາງສະແດງຂອງປະເທດອາຊຽນກວມ 30% ຂຶ້ນໄປ,ຮ້ານວາງສະແດງເຫຼົ່ານີ້ຈະວາງສະແດງເຄື່ອງໄຟຟ້າເຄື່ອງເອເລັກໂຕຼນິກ ຜະລິດຕະພັນໃຊ້ປະຈຳວັນ ຜະລິດຕະພັນກະສິກຳແລະອາຫານເປັນຕົ້ນ.
|
|