ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-25 19:07:00    
ບົດ​ລາຍ​ງານ​ຂອງ​UNEPຂຽນ​ວ່າ ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຜັນ​ຂະ​ຫຍາຍ​ທັດສະ​ນະຄະ​ຕິ"ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ"​ໄດ້​ຮັບ​ໝາກ​ຜົນທີ່​ໜ້າ​ຊົມ​ຊື່ນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 25 ຕຸລາ​ນີ້,ອົງການວາງ​ແຜນ​ສິ່ງ​ແວດ​ລ້ອມສະຫະ​ປະຊາ​ຊາດ​ຫຼືUNEP​ໄດ້​ປະກາດ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ຂຽນ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໄດ້​ຜັນ​ຂະຫຍາຍ​ທັດສະນະ​ຄະຕິ​"​ງານ​ກິລາໂອ​ລິ​ມປິກ​ສີຂຽວ"​ໄດ້​ຮັບໝາກ​ຜົນອັນ​ເປັນໜ້າຊົມ​ຊື່ນ.

ບົດ​ລາຍ​ງານຫຼ້າ​ສຸດສະບັບນີ້ພາດ​ຫົວ​ເລື່ອງ​ວ່າ"ຈ້ອງ​ມອງ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ:ສ້າງສິ່ງ​ແວດ​ລ້ອມ​ເພື່ອ​ການ​ພັດທະນາ"ຂຽນ​ວ່າ,​ໃນ​ການ​ກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ,ປັກ​ກິ່ງ​ໄດ້​ຕັ້ງໜ້າ​ປັບປຸງ​ສິ່ງ​ແວດ​ລ້ອມ​ທົ່ວ​ນະຄອນ​ໃຫ້​ດີ​ຂຶ້ນ,​​ໄດ້​ຊອກ​ຫາທາງ​ອັນ​ຖືກຕ້ອງ​ໃນການ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ​ແລະພັດທະນາ​ເສດຖະກິດ.

ມື້​ດຽວ​ກັນ,ທ່ານ​ອາ​ຈິ​ມ ສະທາຍ​ເນີ ຮອງ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ ຫົວໜ້າ​ປະຕິບັດ​ງານ​ສຳນັກງານອົງການ​ສິ່ງ​ແວດ​ລ້ອມ​ກ່າວ​ວ່າ,ສັງ​ເກດ​ຈາກ​ສະພາບ​ປະຈຸ​ບັນ​ແລ້ວ​ເຫັນ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຜັນ​ຂະຫຍາຍ​ທັດສະນະ​ຄະຕິ"ງານ​ກິລາ​ໂອ​ລິ​ມປິກ​ສີຂຽວ"​ເປັນ​ຢ່າງ​ດີ,ສຳນັກງານ​ສິ່ງ​ແວດ​ລ້ອມ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ເລື່ອງ​ນີ້.