ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-25 19:12:57    
ທ່ານ​ລີວ​ຈ້ຽນ​ຊ່າວ​ກ່າວ​ວ່າ ບໍ່​ວ່າ​ໃນ​ເວລາ​ໃດ ຈີນ​ກໍ່​ຈະ​ປົກ​ປ້ອງ​ແລະ​ຂະ​ຫຍາຍ​ສິດທິ​ມະ​ນຸດ​ຂອງ​ຈີນ​ຕາມ​ກົດ​ໝາຍ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 25 ຕຸລາ​ນີ້,ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ເປັນ​ປະຈຳຢູ່​ປັກ​ກິ່ງ,ທ່ານ​ລີ​ວຈ້ຽນຊ່າວ ​​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ບໍ່​ພຽງ​ແຕ່​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ເທົ່າ​ນັ້ນ,ບໍ່​ວ່າ​ໃນ​ເວລາ​ໃດ,ຈີນ​ກໍ່ຈະ​ປົກ​ປ້ອງ​ແລະ​ຂະຫຍາຍ​ສິດທິ​ມະນຸດ​ຂອງ​ປະຊາຊົນ​ຈີນ​ຕາມ​ກົດໝາຍ,​ແລະ​ໃຫ້ໄດ້​ຮັບ​ຜົນສຳ​ເລັດຕໍ່​ໄປ.

ວັນ​ທີ 24 ຕຸລາ​ນີ້,ຢູ່​ອາ​ເມ​ລິ​ກາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ,ທ່ານ​ຫຼີຈູ້​ມີ​ງ ສະມາຊິກສະພາ​ນິຕິບັນຍັດ​ຮົງ​ກົງ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຄວນຖືໂອກາດຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ສືບ​ຕໍ່ຊຸກຍູ້ໃຫ້​ຈີນປັບປຸງ​ສິດທິ​ມະນຸດ​ໃຫ້​ດີ​ຂຶ້ນ.

ໃນ​ເວລາ​ຕອບ​ຄຳ​ຖາມທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ,ທ່ານ​ລີ​ວຈ້ຽນຊ່າວ​ກ່າວ​ວ່າ,​ໃນ​ບັນຫາ​ສິດທິ​ມະນຸດ,ຈີນ​ບໍ່​ຕ້ອງການອັນ​ທີ່​ວ່າ​ຄວາມ​ກົດ​ດັນຂອງ​ພາຍ​ນອກ,ບາງ​ຄົນ​ປຸກ​ປັ່ນ​ໃຫ້ພາຍ​ນອກ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ຈີນ,​ແມ່ນ​ບໍ່​ມີ​ເຫດຜົນ​ຫຍັງ​ເລີຍ​ແລະກໍ່​ຈະ​ບໍ່​​ໄດ້ຜົນ​ຫຍັງ​.