ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-25 19:46:19    
ທ່ານ​ເວິນ​ເຈຍ​ປາວ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ນາ​ຍົກ​ລັດ​ຖະ​ມົນ​ຕີVປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 6 ​ແລະ​ຢ້ຽມ​ຢາມ 4 ປະ​ເທດ​ເອີ​ລົບ​ອາ​ຊີ

cri Author: LM

ຕາມ​ຂ່າວ CRI: ​ແຕ່​ວັນ​ທີ 2 ຫາ​ວັນ​ທີ 6 ພະ​ຈິກ, ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ນາຍົກລັດຖະມົນຕີປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 6 ທີ່​ຈະຈັດ​ຂຶ້ນຢູ່​ຕັສ​ເກນ ນະຄອນຫຼວງ​ອຸສ​ເບ​ກິ​ສຖານ, ​ແລະ​ຢ້ຽມຢາມ​ສາ​ທາ​ລະ​ນະ​ລັດ​ອຸສ​ເບ​ກິ​ສຖານ ຕວກ​ເມ​ນີສະຖານ ​ເບ​ໂລ​ຊຸດ​ຊີ ​ແລະ ສະຫະພັນຣັດ​ເຊຍ ຢ່າງ​ເປັນ​ທາງ​ການ, ​ພ້ອມ​ທັງຈັດການ​ພົບປະລະຫວ່າງ​ນາຍົກລັດຖະມົນຕີຈີນຣັດ​ເຊຍ​ເປັນ​ປະ​ຈຳ​ຄັ້ງ​ທີ 12, ​ເຂົ້າຮ່ວມ​ພິທີ​ປິດ​ງານ "ປີ​ມິດ​ຕະພາບ​ຈີນ".

ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ຂ່າວ​ດັ່ງກ່າວ​ໃນ​ວັນ​ທີ 25 ຕຸລາ​ນີ້.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ເວິນ​ເຈຍ​ປາວ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກັບ​ຜູ້ນຳ​ຂອງ​ປະ​ເທດ​ດັ່ງ​ກ່າວ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ ລົງ​ເລິກການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ​ ​ແລະ​ບັນຫາສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ; ພ້ອມ​ກັນກັບ​ນາຍົກລັດຖະມົນຕີຂອງປະ​ເທດ​ສະ​ມາ​ຊິກ​ອື່ນໆ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ຄົ້ນ​ຄວ້າ​ແລະ​ຈັດ​ວາງ​ການຈັດຕັ້ງປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ບິສ​​ເຄັກ ​ແລະ "ສົນທິສັນຍາຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ​ຍາວ​ນານ​ລະຫວ່າງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ້", ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ເສດ​ຖະ​ກິດ​ ວັດ​ທະນະທຳ ​ແລະ​ຂົງ​ເຂດ​ອື່ນໆ.