ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-25 19:52:38    
ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ການ​​ເຮັດ​ໃຫ້​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາໄດ້​ຮັບ​ຜົນ​ສຳ​ເລັດ

cri Author: lm

ຕາມຂ່າວສານຊິນຮວາ: ວັນທີ 24 ຕຸລານີ້ ຢູ່ທີ່ນິວຢອກ, ທ່ານຈອນ ​ເນໂກຣ​ພົງທ໌ ລັດຖະມົນຕີຊ່ວຍວ່າການປະຈຳການຂອງກະຊວງການຕ່າງປະເທດອາເມລິ​ກາ​ກ່າວ​ວ່າ, ການພົວພັນ​ກັບ​ຈີນ​ແມ່ນ​ການ​ພົວພັນ​ໜຶ່ງ​ລະຫວ່າງ​ສອງ​ຝ່າຍທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ພົວ​ພັນ​ກັບ​ຕ່າງປະ​ເທດຂອງ​ອາ​ເມ​ລິ​ກາ, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ "ມີ​ຄວາມ​ສຳຄັນ​ຫຼາຍ" ຕໍ່​ການ​ເຮັດ​ໃຫ້​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ ໄດ້​ຮັບຜົນສະ​ເລັດ.

​ໃນ​ມື້​ດຽວ​ກັນ, ທ່ານ​​ເນ​ໂກຣ​ພົງທ໌ ​ໄດ້​ກ່າວ​ຄຳ​ປາ​ໄສ ​ໃນ​ງານ​ມອບ​ລາງວັນ​ແລະລ້ຽງ​ອາຫານ​ຄ່ຳ​​ເພື່ອ​ບໍລິຈາກ​ເງິນ ​ເຊິ່ງ​ແມ່ນ​ຄະນະ​ກຳມະການ​ທົ່ວ​ປະ​ເທດກ່ຽວ​ກັບ​ການ​ພົວພັນ​ອາ​ເມ​ລິ​ກາ​ກັບ​ຈີນ​ຈັດ​ຂຶ້ນປີ​ລະ​ເທື່ອ, ທ່ານ​ກ່າວ​ວ່າ, ອາ​ເມ​ລິ​ກາ​ກັບ​ຈີນ​ມີ​ການ​ຮ່ວມ​ມື​ກັນຢ່າງ​ກວ້າງຂວາງ​ໃນ​ຫຼາຍບັນຫາ​ສາກົນ. ​ໃນ​ຫຼາຍ​ປີ​ມາ​ນີ້, ປະມຸກ​ລັດ​ຂອງສອງ​ປະ​ເທດ​ໄດ້​ພົບ​ປະກັນ​ປີ​ລະຫຼາຍ​ເທື່ອ​, ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ລັດຖະບານ​ສອງ​ປະ​ເທດ​ກໍໄດ້​ຈັດການ​ພົບ​ປະກັນ​ເປັນ​ປະຈຳ, ກົນ​ໄກການ​ເຈລະຈາ​ທາງ​ການ​ທູດ​ຊັ້ນສູງ ທີ່​ຜູ້ນຳ​ຂອງ​ສອງ​ປະ​ເທດ​ລິ​ເລີ່​ມສົ່ງ​ເສີມ ​ເຊັ່ນ ການ​ເຈລະຈາ​ດ້ານ​ເສດຖະກິດ​ຍຸດ​ທະ​ສາດ​ ແລະ ການ​ເຈລະຈາ​ຍຸດ​ທະ​ສາດເປັນຕົ້ນ​ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ.

ທ່ານ​ເນ​ໂກຣ​ພົງທ໌​ໄດ້​ກ່າວ​ຢ້ຳຫຼັກ​ໝັ້ນຂອງ​ອາ​ເມ​ລິ​ກາ​ໃນ​ບັນຫາ​ໄຕ້​ຫວັນ. ທ່ານ​ຊີ້​ອອກ​ວ່າ, ອາ​ເມ​ລິ​ກາ​ບໍ່​ສະ​ໜັບສະ​ໜູນ​ໄຕ້​ຫວັນ​ເປັນ​ເອກະລາດ, ຄັດຄ້ານ​ຝ່າຍ​ໃດ​ໆ​ປ່ຽນ​ແປງ​ສະພາບ​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ແຕ່​ຝ່າຍ​ດຽວ, ບັນຫາ​ທີ່​ກ່ຽວຂ້ອງ ຄວນ​ໃຫ້​ປະ​ຊາ​ຊົນ​ສອງ​ຝັ່ງ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ.