ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 13:58:22    
ຈີນເອີລົບ​ຈັດການ​ເຈລະຈາ​ຍຸດ​ທະ​ສາດ​ຮອບ​ທີ 3

cri
ຕາມ​ຂ່າວສານ​ຊິ່ນ​ຮວາ​: ວັນ​ທີ 25 ຕຸ​ລາ​ນີ້, ການ​ເຈລະຈາ​ຍຸດ​ທະ​ສາດ​ຮອບ​ທີ 3 ລະ​ຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ລິ​ສບອນ​ຂອງ​ປອກຕຸຍ​ການ. ທ່ານ​ຈ່າງ​ເຢ້ຊຸຍ​ ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກັບ​ຄະນະ​ຜູ້​ແທນ "ປະ​ເທດ 3 ນຳ​ໜ້າ" ຂອງ​ສະຫະພາບ​ເອີ​ລົບ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ຈີນ​ສະຫະພາບ​ເອີ​ລົບ​ພ້ອມ​ດ້ວຍ​ບັນຫາ​ທົ່ວ​ໂລກ​ແລະ​​ພາກ​ພື້ນ​ທີ່​ຕ່າງ​ໃຫ້​ຄວາມສົນ​ໃຈ​ນຳ​ກັນ​.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ພາຍ​ໃຕ້​ສະຖານະ​ການ​ທີ່​​ໂລກາ​ພິວັດ​ພັດທະນາ​ຢ່າງ​ໄວ​ເຂົ້າ, ຈີນ​ກັບ​ສະຫະພາບ​ເອີ​ລົບ​ມີ​ຜົນ​ປະ​ໂຫຍດຮ່ວມ​ກັນຢ່າງຫຼວງຫຼາຍ, ສອງ​ຝ່າຍ​ເພີ່ມ​ທະວີ​ການ​ເຈລະຈາ​ແລະ​ການ​ຮ່ວມ​ມືນັ້ນ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດພື້ນຖານຂອງ​ທັງ​ສອງ​ຝ່າຍ, ກໍ່​​ເປັນການ​ປະກອບສ່ວນ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.