ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 14:00:37    
ຜູ້​ແທນ​ຈີນ​ບັນ​ລະ​ຍາຍ​ທັດສະນະກ່ຽວ​ກັບບັນຫາ​ເພີ່ມ​ທະວີ​ການ​ປົກຄອງ​ດ້ວຍ​ກົດໝາຍ​ພາຍ​ໃນ​ປະ​ເທດ​ແລະສາກົນ

cri
ຕາມ​ຂ່າວ CRI: ວັນ​ທີ 25 ຕຸລາ​ນີ້, ​ໃນ​ກອງ​ປະຊຸມ​​ກຳມາທິການ​ທີ 6 ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຊຸດທີ 62, ທ່ານ​ຕ້ວນ​ເຈຍ​ລົງ ຜູ້​ແທນ​ຈີນ​ໄດ້ບັນ​ລະ​ຍາຍທັດສະນະ​ຂອງ​ຝ່າຍ​ຈີນ​​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນກ່ຽວ​ກັບບັນຫາ​ເພີ່ມ​ທະວີ​ການ​ປົກຄອງ​ດ້ວຍ​ກົດໝາຍ​ພາຍ​ພາຍ​ໃນ​ປະ​ເທດແລະ​ໃນ​ໂລກ.

ທ່ານ​ຕ້ວນ​ເຈຍ​ລົງກ່າວ​ວ່າ, ​ໃນ​ດ້ານ​ການ​ສ້າງ​ການ​ປົກຄອງ​ດ້ວຍ​ກົດໝາຍ​ພາຍ​ໃນ​ປະ​ເທດ, ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ມີ​ສິດ​ເລືອກ​ເອົາ​ຮູບ​ແບບ​ ທີ່​ສອດຄ່ອງ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຕົນ​ຢ່າງ​ເ​ປັ້ນ​ເຈົ້າ​ຕົນ​ເອງພ້ອມ​ກັນ​ນັ້ນ​ກໍ​ສາມາດ​ຖອດ​ຖອນ​ເອົາ​ບົດຮຽນ​ເຊິ່ງກັນ​ແລະ​ກັນ.

​ໃນ​ດ້ານ​ເພີ່ມ​ທະວີ​ການ​ປົກຄອງ​ດ້ວຍ​ກົດໝາຍ​​ໃນສາກົນ, ທ່ານ​ຕ້ວນ​ເຈຍ​ລົງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ຮັກສາ​ອິດ​ທິພົນ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ, ​ເຄົາລົບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ຍຶດໝັ້ນ​ລັກສະນະ​ເໝາະ​ໃຊ້​ໄດ້​ທົ່ວ​ໄປ​ຂອງ​ກົດໝາຍ​ສາກົນ. ພ້ອມ​ກັນ​ນັ້ນ, ປະ​ເທດ​ຕ່າງໆ​ຍັງ​ຄວນ​ຊຳລະ​ການ​ພົວພັນ​ລະຫວ່າງການ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ມວນ​ມະນຸດ, ການ​ປ້ອງ​ກັນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຕົນ​ແລະ​ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ສ່ວນບຸກຄົນ​ໃຫ້​ດີ, ສ້າງ​ທັດສະນະ​ຜົນ​ປະ​ໂຫຍ​ດທີ່​ສັນ​ຕະພາບ, ປອດ​ໄພ, ຮ່ວມ​ມື​ກັນ, ພັດທະນາ, ກົມກຽວ​ກັນ, ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.