ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 17:11:13    
ເຂດ​ກວງ​ຊີຂອງ​ຈີນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ​ໃນ​ດ້ານ​ທ່າ​ກຳ​ປັ່ນ​ແລະການຂົນ​ສົ່ງ​ທາງ​ທະ​ເລ​ຕື່ມ​ອີກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ກ່ອນ​ນີ້,ນັກ​ຂ່າວ​ໄດ້​ຮັບ​ຂ່າວ​ຈາກ​ພະ​ແນກຄົມມະນາຄົມ​ເຂດ​ກວງ​ຊີ​ຂອງ​ຈີນວ່າ,​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ທ່າ​ກຳ​ປັ່ນ​ພັດທະນາ​ໄວ​ເຂົ້າ,ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ທ່າ​ກຳ​ປັ່ນ​ພາຍ​ໃນ​ພາກ​ພື້ນ,ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດບໍລິ​ເວນອ່າວ​ພາກ​ເໜືອ,​ໂຄງການ​ຮ່ວມ​ມືດ້ານທ່າ​ກຳ​ປັ່ນທີ່​ກ່ຽວຂ້ອງ​ຫຼາຍ​ແຫ່ງລະຫວ່າງເຂດ​ກວງ​ຊີ​ຈີນກັບປະ​ເທດ​ອາ​ຊຽນ​ໄດ້​ເລີ່​ມດຳ​ເນີນ,​​ແລະໄດ້​ຮັບ​ປະສິດທິ​ຜົນ​ໃນ​​ເບື້ອງຕົ້ນ,ພ້ອມ​ທັງຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ​ໃນ​ດ້ານ​ທ່າ​ກຳ​ປັ່ນ​ແລະ​ການຂົນ​ສົ່ງ​ທາງ​ທະ​ເລ​ໃນ​ໄລຍະ​ຕໍ່ໜ້າ​ນີ້​ຕື່ມ​ອີກ.

ທ່ານ​ພ່ານ​ເວີ້​ຍ ຮອງ​ຫົວໜ້າ​ພະ​ແນ​ກຄົມມະນາຄົມ​ເຂດປົກຄອງ​ຕົນ​ເອງເຜົ່າ​ຈ້ວງກວງ​ຊີກ່າວ​ວ່າ,​ເພື່ອ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານທ່າ​ກຳ​ປັ່ນແລະ​ການຂົນ​ສົ່ງ​ທາງ​ທະ​ເລລະຫວ່າງເຂດ​ກວງ​ຊີ​ກັບປະ​ເທດ​ອາ​ຊຽນຕື່ມ​ອີກ,ພະ​ແນ​ກຄົມມະນາຄົມ​ແລະ​ພະ​ແນ​ກຄຸ້ມ​ຄອງ​ທ່າ​ກຳ​ປັ່ນ​ແລະ​ການ​​ເດີນ​ເຮືອ​ເຂດ​ກວງ​ຊີ​ມີ​ແຜນ​ຈະ​ໄປ​ 5 ປະ​ເທດ​ອາ​ຊຽນຄືຫວຽດນາມ ມາ​ເລ​ເຊຍ ສິງກະ​ໂປ ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນກ່ອນ​ທ້າ​ນປີ​ນີ້,​ເພື່ອດຳ​ເນີນ​ການ​ປຶກສາຫາລືຮອບທຳ​ອິດ.

ທ່ານ​ພ່ານ​ເວີ້​ຍຊີ້​ອອກ​ວ່າ,ຜ່ານ​ຈາກ​ການ​ຮ່ວມ​ມື​ພັດທະນາ,​ເຂດ​ກວງ​ຊີ​ມີ​ຄວາ​ມອາດ​ສາມາດ​ຢ່າງ​ແນ່ນອນ​ເພື່ອ​ເຮັດ​ໃຫ້​ປະລິ​ມານ​ຂົນຖ່າຍ​ສິນຄ້າຂອງ​ທ່າ​ກຳ​ປັ່ນ​ແຄມ​ທະ​ເລ 3 ​ແຫ່ງ​ຄື​ຊີ່​ນ​ໂຈ່​ວ ຟາງ​ເຊິ​ງກ່າງ​ແລະ​ເປ​ໄຫ​ເພີ່ມຂຶ້ນ​ຮອດ 100 ລ້ານ​ໂຕນ​ເມື່ອ​ຮອດ​ປີ 2010,​ແລະ​ເພີ່ມຂຶ້ນ​ຮອດ 300 ລ້ານ​ໂຕນເມື່ອ​ຮອດ​ປີ 2020​.