ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 17:38:27    
ເຈົ້າໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ຮູບ​ແບບ​ການ​ຮ່ວມ​ມື​​ແບບ​ໃໝ່​ທີ່​ປີ​ມິດ​ຕະ​ພາບ​​ຈີນ​ຣັດ​ເຊຍ​ລິ​ເລີ່​ມ​ສ້າງ​ນັ້ນ ຈະ​ກາຍ​ເປັນ​ກົນ​ໄກ​ໄລ​ຍະ​ຍາວ​ນານ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 26 ຕຸລາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ລີ​ຮຸຍ ​ເລຂາທິການ​ຄະ​ນະ​ກຳ​ມະ​ການ​ຈັດຕັ້ງຝ່າຍ​ຈີນ ຂອງ​ປີ​ມິດຕະພາບ​ຈີນຣັດ​ເຊຍ ຜູ້​ຊ່ວຍລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ, ຮູບ​ແບບ​ການ​ຮ່ວມ​ມື​​ແບບໃໝ່​ທີ່​ປີ​ມິດ​ຕະ​ພາບ​​ຈີນຣັດ​ເຊຍ​ລິ​ເລີ່​ມສ້າງນັ້ນ ຈະ​ກາຍ​ເປັນ​ກົນ​ໄກ​ໄລຍະ​ຍາວ​ນານ, ສ້າງ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ການຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ຕ່າງໆ​ໃນ​ພາຍ​ໜ້າ.

ງານ​ວາງສະ​ແດງ​ຮູບ​ຖ່າຍດີ​ເລີດຂອງ​ນັກ​ຂ່າວກ່ຽວ​ກັບ​ປີ​ມິດຕະພາບ​ຈີນ​ຣັດ​ເຊຍ ​ເຊິ່ງ​ແມ່ນ​ວິທະຍຸ CRI ກັບ​ມູນ​ນິທິ​ເຊັກ​ຮົຟຣັດ​ເຊ​ຍຮ່ວມ​ກັນ​ຈັດຂຶ້ນັ້ນ ​ໄດ້​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ​ໃນ​ເວລາ​ເຂົ້າຮ່ວມ​ພິ​ທີ​ເປີດ​ງານ, ທ່ານ​ລີ​ຮຸຍ​ກ່າວ​ວ່າ, ການຈັດງານ​ປີ​ມິດຕະ​ພາບ​ຢ່າງ​ສຳ​ເລັດ​ຜົນ ​ໄດ້​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ຣັດ​ເຊຍກ້າວ​ເຂົ້າສູ່​ທົດ​ສະ​ວັດ​ທີ 2, ​ເປັນ​ການ​ເລີ່​ມຕົ້ນທີ່​ດີ. ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ປີ​ມິດ​ຕະ​ພາບ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ ​ໄດ້​ເພີ່ມ​ທະວີ​ຂຶ້ນຢ່າງ​ເດັ່ນ​ຊັດ, ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລ​ກປ່ຽນ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ກໍ​ຄຶກ​ຄັກ​ກວ່າ​ເກົ່າ. ກິດຈະກຳ​ຕ່າງໆ​ໃນ​ຂອບ​ປີ​ມິດ​ຕະ​ພາບ​ຈີນ​ຣັດ​ເຊຍ ​ໄດ້​ຕື່ມ​ພະ​ລັງ​ຊີ​ວິດ​ອັນ​ແຂງ​ແຮງ​ ຊຸກ​ຍູ້​ໃຫ້ການ​ພົວພັນ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ໃນ​ໄລຍະ​ຍາວ​ນານ.