ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-26 20:12:30    
ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ສ.​ເກົາຫຼີ​ບັນ​ລະ​ຍາຍ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ກົນ​ໄກ​ສັນຕິພາບ​ຂອງ​ແຫຼມ​ເກົາຫຼີ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ຕຸ​ລານີ້,​ໃນ"ງານ​ສຳ​ມະ​ນາກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ"ທີ່​ຈັດ​ຂຶ້ນ​ຢູ່​ເຊ​ອຸນ,ທ່ານ​ນີ້​ງຟູ້ຄູຍ ​ເອກ​ອັກ​ຄະ​ລັດ​ຖະທູດ​ຈີນ​ປະຈຳ​ສ.​ເກົາຫຼີ​​ໄດ້​ບັນລະ​ຍາຍ​ຄວາມ​ເຫັນ​ຫຼາຍ​ຂໍ້​ກ່ຽວ​ກັບບັນຫາ​ສ້າງກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ.

ທ່ານ​ນີ້ງ​ຟູ້​ຄູຍ​ເຫັນ​ວ່າ,ການ​ສ້າງ​ກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ​ຄວນ​ພິຈາລະນາ​ຫຼາຍ​ຂໍ້​ດັ່ງ​ລຸ່ມ​ນີ້.ກ່ອນ​ອື່ນ,​ເມື່ອ​ພິຈາລະນາ​ຈາກ​ຖານະ​ປະຫວັດ​ສາດ​​ແລະ​ການ​ພົວພັນ​ຕົວ​ຈິງ​​ແລ້ວ​ເຫັນ​ວ່າ,ສ.​ເກົາຫຼີ ສ.ປ.ປ.​ເກົາ​ຫຼີ ຈີນ​ແລະ​ອາ​ເມ​ລິ​ກາ​ແມ່ນ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ໃນ​ການ​ສ້າງ​ກົນ​ໄກ​ສັນຕິ​ພາບ​ແຫຼມ​ເກົາຫຼີ.ສອງ,ການ​ສ້າງ​ກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ​ຕ້ອງ​ການ​ລົບ​ລ້າງ​ສົງຄາມ​​ເຢັນທຸກ​ຮູບ​ການ​ຈາກ​ດ້ານ​ກົກ​ຮາກ.ນອກ​ນີ້,ຄວນ​ພິຈາ​ລະ​ນາ​ສັງ​ລວມ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ,ພະຍາ​ຍາມ​ສະ​ແຫວງຫາ​ຜົນ​ທີ່​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດທີ່​ຝ່າຍ​ຕ່າງໆ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.

ທ່ານ​ນີ້ງ​ຟູ້​ຄູຍ​ຍັງ​ກ່າວ​ວ່າ,​ພາຍ​ໃຕ້​ຄວາມ​ພະຍາ​ຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ,ສະຖານະ​ການ​ແຫຼມ​ເກົາຫຼີ​ພວມມີ​ການ​ປ່ຽນ​ແປງ​ທີ່​ເລິກ​ເຊິ່ງ​ແລະ​ສຳຄັນ,ນີ້​ແມ່ນ​ໂອກາດ​ຍຸດ​ທະ​ສາດ​ສຳຄັນ​ໃນ​ການ​ສ້າງ​ກົນ​ໄກ​ສັນຕິພາບ​ແຫຼມ​ເກົາຫຼີ.​ໃນຂະ​ບວນການ​ນີ້,ຝ່າຍ​ຈີນ​ຈະ​ເຮັດຄື​ແຕ່​ເກົ່າ​ເມືອ​ຫຼັງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ແລະ​ມີ​ລັກສະນະ​ສ້າງ​ສັນ,​ແລະ​ຍິນ​ດີຮັກສາ​ການ​ພົວພັນ ປະ​ສານ​ງານ​ແລະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ.