ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-27 18:29:49    
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ4​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້

cri Author: da
ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງທີ4ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ ​ເທດສະບາ​ນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີຂອງ​ຈີນ​ແຕ່ວັນ​ທີ28ຮອດ31ຕຸລາ​ນີ້.​ເ​ລີ່ມ​ແຕ່​ມື້​ນີ້​ຮອດວັນ​ທີ31ຕຸລາ,ວິທະຍຸCRI​ພວກ​ເຮົາ​ຈະ​ອອກ​ອາກາດ​ລາຍການ​ພິ​ເສດ​"ຈີນ​ກັບ​ອາ​ຊຽນ"ທຸກ​ມື້,​ເພື່ອ​ລາຍ​ງານ​ຂ່າວ​ງານ​ວາງສະ​ແດ​ງສິນຄ້າ​ຈີນ​ອາ​ຊຽນສູ່​ທ່ານ​ຟັງ.ງານ​ວາງສະ​ແດງ​ສິນ ຄ້າ​ຈີນ​ອາ​ຊຽນ​ແມ່ນ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະ​ມົນຕີ​ຈີນເປັນຜູ້ລິເລີ່ມ,ແມ່ນງານ​ມະ​​ໂຫລານທີ່​ແລກປ່ຽນທາງ​ເສດຖະກິດ​ການ​ຄ້າລະດັບ​ຊາດ​ແລະ​ລະດັບສາກົນ​ທີ່ພາກສ່ວນຄຸ້ມ​ຄອງ​ເສດຖະກິດ​ການ​ຄ້າ​ຂອງ​ຈີນ​ແລະ10ປະ​ເທດ​ອາ​ຊຽນ​ເປັນ​ຜູ່​ຈັດ,ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດກວາງຊີຂອງ​ຈີນ​ທຸກ​ປີ. ງານ​ວາງສະ​ແດງ​ສິນຄ້າ​ມີ​ຈຸດປະສົງ​"ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,ພ້ອມ​ກັນ​ຊົມ​ໃຊ້​ໂອກາດ​ຮ່ວມ​ມື​ແລະ​ພັດທະນາ",ກວມ​ເນື້ອ​ໃນ3ດ້ານ​ຄື​ການ​ຄ້າ​ສິນຄ້າ ການຮ່ວມ​ມື​ລົງທຶນ​ແລະ​ການຄ້າ​ການ​ບໍລິການ,​ແມ່ນ​​​ແທ່ນ​ໃໝ່​ແຫ່ງ​ການ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ການ​ຄ້າ​ລະ ຫວ່າງ​ຈີນ​ກັບ​ອາ​ຊຽນ.

ນັບ​ແຕ່​ປີ2004​ເປັນຕົ້ນມາ,ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ3ຄັ້ງຢ່າງ​ສຳ​ເລັດ​ຜົນ​ແລ້ວ,​ໄດ້​ຮັບ​ໝາກຜົນ​ໃນ​ດ້ານ​ການ​ຄ້​າສິນຄ້າ​ແລະ​ການ​ຮ່ວມ​ມື​ລົງທຶນ​ຢ່າງ​ລຽນຕິດ.ສະນັ້ນ,ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງທີ4ນີ້​ຈະ​ມີ​ຈຸດ​ເດັ່ນ​ໃໝ່ຫຍັງ​ແດ່?ທ່ານ​ວັງ​ເລີຍ ຮອງ​ເລຂາທິການ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ແນະນຳ​ວ່າ:


"ໜຶ່ງ,​ແມ່ນ​ເລີ່​ມ​ແຕ່​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງນີ້,ພວກ​ຂ້າພະ​ເຈົ້າ​ໄດ້​ປະກາດ​ກົນ​ໄກຂອງ​ປະ​ເທດຫົວ​ຂໍ້ຫຼັກ​ເປັນຄັ້ງທຳ​ອິດ,ຈຸດ​ເດັ່ນ​ທີສອງ​ແມ່ນຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ.ປີ​ນີ້​ໄດ້​ປະກາດ​ຫົວ​ຂໍ້​ໃໝ່,ນັ້ນກໍ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ທ່າ​ກ່ຳ​ປັ່ນ​ຂອງ​ຈີນ​ກັບ​ອາ​ຊຽນ,ຈະ​ຈັດ​ເວທີ​ປຶກສາ​ຫາລື​ກາ​ນຮ່ວມ​ມື​ແລະ​ການ​ພັດທະນາ​ລະຫວ່າງ ທ່າ​ກ່ຳ​ປັ່ນ​ຈີນ​ອາ​ຊຽນ;ສາມ​ແມ່ນ​ງານ​ວາງ​ສະ​ແດງ​ສິນຄ້າ​ຄັ້ງນີ້​ ​ຈະ​ເຈາະ​ຈົງ​ຍົກ​ປະສິດທິ​ຜົນທາງ​ເສດຖະກິດ​ການ​ຄ້າ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ໃຫ້​ສູງ​ຂຶ້ນ,ຍົກ​ລະດັບ​ວິຊາ​ການ​ຂອງ​ງານ​ວາງສະ​ແດງ​ໃຫ້​ສູງ​ຂຶ້ນ."


ອີງ​ຕາມ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ບັນດາ​ຝ່າຍ​ທີ່​ຮ່ວມ​ກັນ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງທີ4ກ້າວ​ເຖິງ​ຂັ້ນຕົກລົງ​ກັນນັ້ນ,ນັບ​ແຕ່​ປີ​ນີ້​ເປັນຕົ້ນ​ໄປ,ງານ​ວາງສະ​ແດງສິນຄ້າ​ຈີນ​ອາ​ຊຽນທຸກ​ຄັ້ງຈະ​ເຊື້ອ​ເຊີນ1ຫຼື2​ປະ​ເທດ​ອາ​ຊຽນ​ເປັນ​ປະ​ເທດ​ຫົວ​ຂໍ້ຫຼັກ."ປະ​ເທດ​ຫົວ​ຂໍ້ຫຼັກ"​ປີ​ນີ້​ແມ່ນ​ບຼູ​ໄນ.​ໃນ​ໄລຍະ​ງານ​ວາງສະ​ແດງ,ອົງ​ມຸງກຸດລາຊະກຸມານບຼູ​ໄນ​ຈະນຳ​ພາຄະ​ນະຜູ່​ແທນ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຢູ່​ເມື​ອງ​ນານ​ນິງ​ເຂດກວາງຊີຂອງ​ຈີນ,ງານ​ວາງສະ​ແດງ​ຈະ​ແນະນຳປະ​ເພດ​ຫົວ​ຂໍ້​ຫຼັກ​ເປັນ​ຈຸດ​ໜັກ.

ນອກ​ນັ້ນ, ການ​ວາງສະ​ແດງ​ຫົວ​ຂໍ້​ສະ​ເພາະ "ເມືອງສະ​ເໜ່"​ໄດ້ກາຍ​ເປັນ​ຈຸດ​ຮຸ່ງ​ທີ່​ຈັບ​ຕາ​ຄົນຫຼາຍ​ທີ່​ສຸດ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນ. ​ເພື່ອ​ປະສານ​ສົມທົບ​ກັບ​ຫົວ​ຂໍ້​ທີ່​ວ່າ​ເພີ່​ມທະວີການ​ຮ່ວມ​ມື​ລະຫວ່າງ​ທ່າ​ກ່ຳ​ປັ່ນ, ​ເມືອງ​ສະ​ເໜ່ຂອງ​ງານ​ວາງສະ​ແດງ​ຄັ້ງ​ນີ້​ລ້ວນ​ແຕ່ແມ່ນ​ເມືອງ​ທ່າ​ກ່ຳ​ປັ່ນ, ​11ເມືອງ​ສະ​ເໜ່​ເຫຼົ່າ​ນີ້​ແມ່ນ, ​ເມືອງ​ທຽນ​ສິນຂອງ​ຈີນ, ສະຫວັນ​ນະ​ເຂດ​ຂອງ​ລາວ,ຮາ​ລົງ​ຂອງ​ຫວຽດ​ນາມ, ​ເມືອງ​ສິຫະນຸກຂອງ​ກຳປູເຈຍ,ຈັງ​ຫວັດ​ຊົນ​ບູລີ​ຂອງ​ໄທ, ບາ​ເລມບັງ​ຂອງ​ອິນ​ໂດ​ເນ​ເຊຍ,​ເກ​ລາງ​ຂອງ​ຂອງ​ມາ​ເລ​ເຊຍ, ຢາງ​ກຸງ​ຂອງ​ມຽນມາ,ອ່າວ​ຊູ​ບິ​ກຂອງ​ຟິລິບ​ປິນ,​ ເມືອງ​ສິງກະ​ໂປ​ຂອງ​ສິງກະ​ໂປ​​ແລະບັນດາ​ສີ​ລິ​ເບ​ກ​າວັນ​ຂອງ​ບຼູ​ໄນ.

ຕາມ​ຂ່າວ​ແຈ້ງວ່າ, ງານ​ວາງ​ສະ​ແດງ​ປີ​ນີ້​​ໄດ້​ຕັ້ງ​ຮ້ານ​ວາງສະ​ແດງ​ທີ່​ໄດ້​ມາດຕະຖານ​ສາກົນ​ລວມ3000ຮ້ານ, ​ສິນຄ້າ​ວາງ​ສະ​ແດງ​ກ່ຽວ​ພັນ​ເຖິງ​ກົນ​ຈັກ ​ເຄື່ອງ​ເອ​ເລັກ​​ໂຕຼນິກ​ເຄື່ອງ​ໄຟຟ້າ​ແລະ​ວັດ​ສະ​ດຸ​ກໍ່ສ້າງ​ເປັນ​ຕົ້ນ.

ໃນ​ປີ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ເສດ​ຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ໄດ້​ລົງ​ສູ່​ລວງ​ເລິກ​ເລື້ອຍໆ. ​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຕ້ອງ​ການ​ໃໝ່​ໃນ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ຊຸ​ກຍູ້​​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ດ້ານ​ນະ​ໂຍ​ບາຍ ກົດ​ລະບຽບ ກົນ​ໄກ​ໃຫ້​ແກ່​ການ​ຮ່ວມ​ມື​​ເສດ​ຖະກິດ​ການ​ຄ້າຂອງ​ສອງ​ຝ່າຍ, ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ໄດ້​ຮັບ​ການ​ບູລະນະ​ແລະ​ປະດິດ​ສ້າງ​ໃໝ່​ໃນດ້ານ​ເນື້ອ​ໃນ ຮູບ​ການ​ແລະ​ກົນ​ໄກ, ງານ​ວາງສະ​ແດງ​ທຸກ​ຄັ້ງ​ໄດ້ຮັບ​ຄວາມ​ຍ້ອງຍໍ​ຈາກ​ເຈົ້າ​ໜ້າ​ທີ່​ແລະ​ນັກທຸລະກິດ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ.

ໃນ​ເວລາ​ໃຫ້​ສຳ​ພາດ, ທ່ານ​ວາງ​ເລີຍ​ກ່າວ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ໄດ້​ຮັບ​ຜົນ​ສຳ​ເລັດ​ແມ່ນ​ຍ້ອນ​ປັດ​ໄຈ​ສອງ​ດ້ານ. ທ່ານ​ເວົ້າວ່າ, ໜຶ່ງ​ແມ່ນ​ຍ້ອນ​ວ່າ​ຜູ້ນຳ​ຈີນ​ແລະ​ປະ​ເທດ​ອາຊ​ຽນ​​ໄດ້​ໃຫ້​ຄວາມ​ສຳຄັນ​ຫຼາຍ, ​ແມ່ນ​ໝາກ​ຜົນ​ທີ່​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ແລະ​ອາຊຽນ​ທຳ​ຄວາມ​ພະ ຍາຍາມ​ພ້ອມ​ກັນ. ອີກ​ດ້ານ​ໜຶ່ງ, ການ​ກຳ​ເນີ​ດ​ແລະ​ຜົນ​ສຳ​ເລັດ​ຂອງ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ​ອາຊ​ຽນ​ແມ່ນ​ໝາກ​ຜົນ​ທີ່​ປິ່ນ​ອ້ອມ​ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ການ​ເມືອງ​ເສດ​ຖະກິດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນຂະ​ບວນການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ.