ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-28 18:36:56    
ງານ​ມະຫາ​ກຳ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ4​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ

cri

ວັນ​ທີ28ຕຸລາ​ນີ້​, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ວຽກ​ງານ​ການ​ຄ້າ​ແລະ​ການ​ລົງທຶນ​ຄັ້ງ​ທີ4​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ກວາງຊີ ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້ຂອງ​ຈີນ. ​ໃນ​ເວລາ​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ກ່ຽວຂ້ອງ, ທ່ານ​ເຈິ່ງ​ເພີ​ຍອຽນ ຮອງ​ນາຍົກລັດ​ຖະມົນ​ຕີຈີນ​ກ່າວ​ວ່າ, ປະຈຸ​ບັນ, ຈີນ​ກັບ​ອາຊ​ຽນ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຫວັງ​​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃນ​ຂົງ​ເຂດ​ຕ່າງໆ​ເລື້ອຍໆ, ​ເຊັ່ນ​ການ​ເມືອງ ​ເສດຖະກິດ ​ແລະ​ວັດທະ​ນະທຳ​ເປັນ​ຕົ້ນ​. ຕໍ່​ໄປ​ເຊີນ​ຟັງ​ການ​ລາຍ​ງານລະອຽດ.

ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນ​ໄດ້​ສະ​ໜອງ​ພື້ນຖານ​ວາງ​ສະ​ແດງ​ແລະ​ຄ້າຂາຍ​ໃຫ້​ແກ່​ສິນຄ້າ​ຂອງ​ວະສາ​ຫະກິດ​ຈີນ​​ແລະ​ປະ​ເທດ​ອາຊ​ຽນ, ​ແລະ​ໄດ້​ສະໜອງ​ຂົວ​​ຕໍ່​ໃຫ້​ແກ່​ການ​ລົງ​ທຶນ​ເຊິ່ງ​ກັນ​ແລະ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ທ່ອງ​ທ່ຽວ​ແລະ​ວິທະ​ຍາ​ສາດ​ເຕັກນິກ​ແລະ​ຂົງ​ເຂດ​ອື່ນໆ. ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ4ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ28ຕຸລາ​ນີ້​ໄດ້​ລິ​ເລິ່ມຈັດ​ວາງ​ກົນ​ໄກ​ປະ​ເທດ​ຫົວ​ຂໍ້​ຫຼັກ, ຈັດ​ກິດຈະກຳ​ສະ​ເໜີ​ປະ​ເທດ​ຫົວ​ຂໍ້​ຫຼັກ, ​ແລະ​ເຈາະ​ຈົງ​ຊຸກ​ຍູ້​ໂຄງການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃນ​ຂົງ​ເຂດ​ຈຸດ​ໜັກ.

ປະ​ເທດ​ຫົວ​ຂໍ້ຫຼັກ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້​ແມ່ນ​ບຼູ​ໄນ, ​ໃນ​ເວລາ​ຊົງ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ຈັດ​ງານ, ສົມ​ເດັດ ເດັດ​ອານ ມູທາດີ ບີນ​ລາ ອົງ​ມົງ​ກຸດ​ລາຊະ​ກຸມ​ມານແຫ່ງ​ບຼູ​ໄນ​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ວ່າການ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊຽນ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ສອງ​ຝ່າຍ.

ປະຈຸ​ບັນ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ແມ່ນ​ວັນ​ທີ່​ສຸດ​ໃນ​ປະຕິທິນ​ອາ​ຊຽນ, ​ແຕ່​ຈັດ​ງານ​ວາງສະ​ແດງ​ດັ່ງກ່າວ​ໃນ​ປີ2004​ເປັນ​ຕົ້ນ​ມາ, ມັນ​ໄດ້​ເຕີບ​ໂຕ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ສະໜອງ​ແທ່ນ​ວາງສະ​ແດງ​ໃຫ້​ບໍລິສັດ​ທີ່​ດີ​ທີ່​ສຸດ​​ໃນ​ພາກ​ພື້ນ​ອາ​ຊຽນ​ແລະ​ຂອງ​ຈີນ​ຕະຫຼອດ​ມາ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ອຳນວຍ​ໂອກາດ​ໃຫ້​ນັກທຸລະກິດ​ພວກ​ເຮົາ​ດຳ​ເນີນ​ການ​ເຈລະຈາ​ວິຊາ​ສະ​ເພາະ​ແລະ​ແລກປ່ຽນ​ບົດ​ຮຽນ​ແລະ​ຄວາມ​ເຫັນ​ເຊິ່ງກັນ​ແລະ​ກັນ. ຂ້າພະ​ເຈົ້າ​ເຊື່ອ​ວ່າ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຍ່ອມ​ຈະ​ກາຍ​ເປັນ​ແທ່ນ​ທີ່​ດີ​ເລີດ, ຊ່ວຍ​ພວກ​ເຮົາ​ເກາະ​ແຂນ​ກັນ​ເພື່ອ​ສ້າງ​ອະນາຄົດ​ທີ່​ດີງາມ​ແລະ​ຜາ​ສຸກ​ແກ່​ປະຊາຊົນ​ພວກ​ເຮົາ.

 

 ປະຈຸ​ບັນ, ຈີນ​ກັບ​ອາ​ຊຽນຕ່າງ​​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ4​ຂອງ​ກັນ, ປີ2006, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ລື່ນ​ກາຍ160​ຕື້​ໂດ​ລາ, ຄາດ​ວ່າ​ຍອດ​ມູນ​ຄ່າ​ການ​ຄ້າ​ໃນ​ປີ​ນີ້​ຈະ​ບັນລຸ190​ຕື້​ໂດ​ລາ. ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນພວມ​ຢ່ວງ​ບາດກ້າວ​ໄປ​ທິດ​ຫັນ​ການ​ຄ້າ​ແລະ​ການ​ລົງທຶນ​ເປັນ​ແບບ​ເສລີ, ​ແບບ​ສະດວກ​ແລະ​ແບບ​ມີ​ກົນ​ໄກ. ​ເດືອນ​ກໍລະກົດ​ປີ​ນີ້, ສັນຍາ​ການ​ຄ້າ​ການ​ບໍລິການ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເລີ່​ມປະຕິບັດ, ປະຈຸ​ບັນ, ສອງ​ຝ່າຍ​ຍັງ​ຕັ້ງໜ້າ​ຊຸກ​ຍູ້​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ລົງທຶນ. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ຈັດ​ຂຶ້ນ​ຕາມ​ຫຼັງ​ນັ້ນ, ທ່ານ​ເຈິ່ງ​ເຜີຍ​ແຢນ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ປາຖະ​ກະຖາ​ຫົວ​ຂໍ້​ຫຼັກ, ທ່ານ​ຊີ້​ອອກ​ວ່າ, ສອງ​ຝ່າຍ​ຈີນ​ກັບ​ອາ​ຊຽນຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ລົງທຶນ, ຍາດ​ແຍ່ງ​ສິ້ນ​ສຸດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ລົງທຶນ​ໃນ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໂດຍ​ໄວ.

​ໃນ​ຖານ​ເປັນ​ເຂດ​ຈຸດ​ໜັກ​ທີ່​ວິ​ສາ​ຫະກິດ​ຈີນ​ກ້າວ​ໄປ​ສູ່​ພາຍ​ນອກ, ຈີນ​ຈະ​ເພີ່ມ​ການ​ລົງທຶນ​ຕໍ່​ປະ​ເທດ​ອາ​ຊຽນ, ລວມທັງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຫຼາຍ​ແຫ່ງ​ທີ່​ປະ​ເທດ​ອາ​ຊຽນສ້າງ​ຕັ້ງ​ຂຶ້ນ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ທຸລະ​ກິດ​ຢູ່​ປະ​ເທດ​ອາ​ຊຽນ, ຕັ້ງໜ້າ​ຕອບ​ແທນ​ສັງຄົມ​ຢູ່​ແຫ່ງ​ນັ້ນ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະກາ​ນລົງ​ທຶນ​ຈີນ​ກັບ​ອາຊ​ຽນຄັ້ງ​ທີ4​ແມ່ນ"ປະດິດ​ສ້າງ​ໃໝ່​​ແລະຮ່ວມ​ມື---​ເລັ່ງລັດ​ຍົກ​ສູງ​ກຳລັງ​ເຕີບ​ໂຕ​ຂອງ​ພາກ​ພື້ນ".ກ່ຽວ​ກັບ​ຫົວ​ຂໍ້​ນີ້,ທ່ານ​ເຈິ່ງ​​ເຜີຍ​​ເຢັນ​ກ່າວ​ໃນ​​ເວລາ​ກ່າວປາ​ຖະກະຖ​າວ່າ,​ເດືອນ​ກໍລະກົດ​ປີ2006,ຈີນ​ແລະ​ປະ​ເທດກ່ຽວຂ້ອງ​ຂອງ​ອາຊ​ຽນ​ໄດ້​ສະ​ເໜີ​ອອກ​ໂຄງ​ຄວາມ​ຄຶດ​ທີ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ,ການສະ​ເໜີ​ອອກ​ແລະ​ປະຕິບັດ​ໂຄງ​ຄວາມ​ຄຶດ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການຈໍ່​ຕົວ​ຂຶ້ນ​​ເປັນຈຸດ​ເຕີບ​ໂຕ​ເສດຖະກິດ​​ອັນໃໝ່ພາຍ​​ໃນ​ພາກ​ພື້ນ.

ຄຳປາຖະກະຖາ​ຂອງ​ທ່ານ​ເຈິ່ງ​ເຜີຍ​ເຢັນ​ໄດ້​ຮັບ​ຄວາມ​ເຫັນ​ດີຈາກຜູ່​ນຳ​ປະ​ເທດ​ອາຊ​ຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ.​ໃນ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ,ທ່ານ​ບົວ​ສອນ ບຸບຜາ​ວັນນາຍົກລັດຖະມົນຕີລາວກ່າວ​ວ່າ,ລາວ​​ຫວັງ​ພ້ອມ​ກັບ​ຈີນ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ຕື່ມ​ອີກ.

ທ່ານ​ຫງວນຕັນ​ດຸ​ງ ນາຍົກລັດຖະມົນຕີຫວຽດນາມ​ກ່າວ​ໃນ​ຄຳ​ປາ​ໄສ​ວ່າ,ຫວັງ​ໃຫ້​ຈີນ​ແລະ​ອາຊ​ຽນສິ້ນ​ສຸດ​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ໂດຍ​ໄວ,​ແລະ​ເຊັນ​ສັນຍາ​ໂດຍ​ໄວ.

"​ເຮັດແນວ​ນີ້ພວກ​ເຮົາກໍ່​ຈະສາມາດ​ດຳ​ເນີນ​ການ​ຄ້າ​ຫັນ​ເປັນ​ເສລີ​ຕື່ມ​ອີກ,ບໍ່​ວ່າ​ດ້ານ​ບໍລິການ​ຫຼື​ດ້ານ​ການ​ລົງທຶນ,ສອງ​ຝ່າຍ​ພວກ​ເຮົາ​ລ້ວນ​ແຕ່​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ເລື່ອງນີ້,​ເມື່ອ​ເປັນແນ​ວນີ້,ພວ​ກ​ເຮົາ​ບໍ່ພ​ຽງ​ແຕ່​ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ລົງທຶນ​ຂອງ​ສອງ​ຝ່າຍ​ເທົ່າ​ນັ້ນ,ພ້ອນກັນ​ນັ້ນ​ກໍ່​ຈະ​ເຮັດ​ໃຫ້​​ພາກ​ພື້ນ​ນີ້​ກາຍ​ເປັນ​ຈຸດ​​ຮຸ່ງ​ທີ່​ດູດ​ດຶງ​ການ​ລົງທຶນ​ມາ​ຈາກ​​ພາກ​ພື້ນອື່ນໆ."