ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-29 18:02:35    
ທ່ານ​ເວີ່ນ​ເຈ່ຍ​ປາວ​ຈະ​ຢ້ຽມ​ຢາມ​ສີ່​ປະ​ເທດ​ເອີ​ລົບ​ອາ​ຊີ​ຢ່າງ​ເປັນ​ທາງ​ການ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ29​ກັນຍາ​ນີ້,ຢູ່​ປັກ​ກິ່ງ,ທ່ານຫຼີຮຸ່ຍ ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊີນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ຢ້ຽມ​ຢາມ​ສີ່​ປະ​ເທດ​ເອີ​ລົບ​ອາຊີ ຄື ອຸສ​ເປ​ກີ​ສະ​ຖານ ຕວກ​ເມ​ນີ​ສະ​ຖານ ເບ​ໂລ​ຣຸດ​ຊີ​ແລະ​ຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ໃນຕົ້ນ​ເດືອນ​ພະ​ຈິກ​ປີ​ນີ້,​ແມ່ນ​ກິດ​ຈະ​ກຳ​ທາງ​ການ​ທູດ​ອັນ​ສຳ​ຄັນ​ຄັ້ງ​ໜຶ່ງ​ຂອງ​ຈີນ​ຢູ່​ເຂດ​ເອີ​ລົບ​ອາ​ຊີ.

​ໃນ​ມື້​ດຽວ​ກັນ,ທ່ານຫຼີຮຸ່ຍ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ວ່າ,​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີ່​ນ​ເຈ່ຍ​ປາວ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບັນ​ລຸ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ບິສ​ເຄັກ,​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ປະ​ເທດ​ພາຄີ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ​ຈີນ​ກັບ​ສີ່​ປະ​ເທດ​ດັ່ງ​ກ່າວ,​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ,​ແລະ​ຍົກ​ສູງ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຕື່ມ​ອີກ,​ແລະ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ກໍ​ຄື​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.