|
 |
(GMT+08:00)
2007-10-30 17:36:11
|
 |
ບ້ານມິດຕະພາບກາແດງຈີນ-ອິນໂດເນເຊຍສ້າງສຳເລັດ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 29 ຕຸລານີ້,ພິທີໄຂ"ບ້ານມິດຕະພາບກາແດງຈີນ-ອິນໂດເນເຊຍ"ທີ່ສະພາກາແດງຈີນແລະສະພາກາແດງອິນໂດເນເຊຍຮ່ວມກັນສ້າງໃຫ້ປະຊາຊົນອາເຈະອິນໂດເນເຊຍທີ່ປະສົບໄພຄື້ນຊຶນະມີໄດ້ຈັດຂຶ້ນຢູ່ຢາກາກຕາ.
ປະທານສະພາກາແດງອິນໂດເນເຊຍ ທ່ານນາງຈ່ຽງອີ້ມ້ານ ຮອງປະທານປະຈຳການສະພາກາແດງຈີນແລະທ່ານລານລີ້ຈູ້ນ ເອກອັກຄະລັດຖະທູດຈີນປະຈຳອິນໂດເນເຊຍໄດ້ເຂົ້າຮ່ວມພິທີແລະກ່າວຄຳປາໄສ.ພວກທ່ານໄດ້ຕີລາຄາສູງຕໍ່ສະພາກາແດງຂອງສອງປະເທດແລະຝ່າຍຕ່າງໆທີ່ກ່ຽວຂ້ອງທີ່ໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະໃນການສ້າງບ້ານມິດຕະພາບ,ແລະເຊື່ອວ່າ,ການສ້າງບ້ານມິດຕະພາບສຳເລັດນັ້ນຍ່ອມຈະເຮັດໃຫ້ມິດຕະພາບທີ່ມີມູນເຊື້ອລະຫວ່າງສອງປະເທດກ້າວສູ່ລວງເລິກຕື່ມອີກ.
"ບ້ານມິດຕະພາບກາແດງຈີນ-ອິນໂດເນເຊຍ"ຕັ້ງຢູ່ເມືອງອາເຈໃຫຍ່ ພາກຕາເວັນຕົກແຂວງອາເຈະອິນໂດເນເຊຍ,ລົງທຶນເກືອບ 4 ລ້ານໂດລາ,ສ່ວນຫຼາຍແມ່ນສະພາກາແດງຈີນສະໜອງທຶນໃຫ້.
ໂຄງການດັ່ງກ່າວແມ່ນສ້າງຂຶ້ນໂດຍອີງຕາມສັນຍາລະຫວ່າງສະພາກາແດງຈີນອິນໂດເນເຊຍທີ່ເຊັນກັນໃນປີ 2005,ບ້ານນີ້ແມ່ນບ້ານມິດຕະພາບແຫ່ງທີສອງທີ່ອົງການທີ່ເປັນຂອງປະຊາຊົນຈີນກັບອິນໂດເນເຊຍຮ່ວມມືສ້າງຂຶ້ນພາຍຫຼັງອາເຈະໄດ້ປະສົບໄພຄື້ນຊຶນະມີມານີ້.
|
|
|