ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-30 18:37:55    
ງານ​ເອັສ​ໂປ​​ທຸລະ​ກິດ​ແລະການ​ລົງທຶນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ກອງ​ປະຊຸມ​ອາຊີ​ເອີ​ລົບ​ຈັດ​ຂຶ້ນ​ຢູ່​ເມືອງ​ຊິ່ງຕາວ​ຂອງ​ຈີນ

cri Author: m
ຕາມ​ຂ່າວສານ​ຈີນ: ວັນ​ທີ 29 ຕຸລາ​ນີ້, ງານ​ເອັສ​ໂປ​ທຸລະ​ກິດ​ແລະການ​ລົງທຶນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ກອງ​ປະຊຸມ​ອາຊີ​ເອີ​ລົບໂດຍ​ມີກະຊວງ​ການ​ຄ້າ​ຈີນ​ເປັນ​ເຈົ້າພາບ​ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ຊິ່ງຕາວ​ຂອງ​ຈີນ.


ຂ່າວ​ແຈ້ງວ່າການຈັດງານ​ເອັສ​ໂປທຸລະ​ກິດ​ແລະການ​ລົງທຶນ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ກອງ​ປະຊຸມ​ອາຊີ​ເອີ​ລົບ​​ແມ່ນ​ຂໍ້​ລິ​ເລີ່​ມທີ່​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນສະ​ເໜີ​ອອກ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ເອີ​ລົບ​ຄັ້ງ​ທີ 6 ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ​ກາຍ​ນີ້. ງານ​ເອັສ​ໂປ​ເທື່ອ​ນີ້​ຈະດຳ​ເນີນ​ເປັນ​ເວລາ 4 ວັນ, ມີ​ຫົວ​ຂໍ້​ວ່າ: ຊຸກ​ຍູ້ທຸລະ​ກິດ​ແລະ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ​ຂອງ​ອາຊີ​ເອີ​ລົບ, ​ເນື້ອ​ໃນ​ຕົ້ນຕໍ​ລວມທັງ​ງານວາງສະ​ແດງ, ​ເວທີ​ປາ​ໄສ​ພັດທະນາ​ວິ​ສາ​ຫະກິດ​ກາງ​ແລະ​ນ້ອຍ, ການ​​​ເປິກສາຫາລືການ​ລົງທຶນ​​ແລະ​ທຸລະ​ກິດ, ການ​​​ເປິກສາຫາລືການຈັດ​ຊື້​ສາກົນ, ງານ​ອະທິບາຍ, ສະພາບ​ແວດ​ລ້ອມ ​ແລະ​​ນະ​ໂຍບາຍການ​ລົງທຶນ​ເປັນ​ຕົ້ນ.

ຂ່າວ​ແຈ້ງ​ອີກ​ວ່າ, ​ເທື່ອ​ນີ້​ຈະ​ມີ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ 600 ກວ່າ​ແຫ່ງ​​​ເຂົ້າ​ຮ່ວມ​ການ​ວາງສະ​ແດງ, ນັກທຸລະກິດຈັດ​ຊື້​ຂອງ​ຈີນ​ແລະ​ຕ່າງປະ​ເທດຮ້ອຍ​ກວ່າ​ແຫ່ງ​ໄປ​​ຈັດ​ຊື້ສິນຄ້າ, ນັກ​ລົງທຶນ​ເກືອບຮ້ອຍ​ແຫ່ງ​​ໄປ​ເຂົ້າ​ຮ່ວມ​ການ​ເປິ​ກສາ​ຫາລື​ການ​ລົງທຶນ.