ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-30 18:44:12    
ຈີນ​ກ່າວ​ວ່າ, ການ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດ້ວຍ​ສັນຕິ​ວິທີ​ແມ່ນ​ການ​ຄັດ​ເລືອກ​ທີ່​ດີກວ່າ​ໝູ່

cri
ຕາມ​ຂ່າວ cri: ວັນ​ທີ 30 ຕຸລາ​ນີ້, ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ​ການ​​ແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດ້ວຍ​ສັນຕິ​ວິທີ​​ໂດຍ​ຜ່ານ​ການ​ເຈລະຈາແມ່ນ​ການ​ຄັດ​ເລືອກ​ທີ່​ດີກວ່າ​ໝູ່, ​ແລະ​ກໍ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະຊາ​ຄົມ​ໂລກ.

​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ຢ້ຳວ່າ, ຝ່າຍ​ຈີນ​ມີ​ເຈດ​ຈຳນົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍວ່າ, ບໍ່​ຄວນຢູ່​ບໍ່​ຢູ່​ກໍ​ໃຊ້​ມາດ​ຕະການ​ລົງ​ໂທ​ດຢ່າງ​ຊະຊາຍ​ໃນ​ການ​ພົວພັນ​ສາກົນ. ປະຈຸ​ບັນ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ກຳລັງ​ສະ​ແຫວງຫາການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ໂດຍ​ຜ່ານ​ການ​ເຈລະຈາ​ກັບ​ຝ່າຍ​ອີຣານ. ທ່ານ​ກ່າວວ່າ, ​ໃນ​ເວລາ​ນີ້, ຍິ່ງ​ຄວນຫຼີກ​ເວັ້ນບໍ່​ໃຫ້​ໃຊ້​ມາດ​ຕະການ​ລົງ​ໂທດ, ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ບັນຫາ​ສັບສົນ​ຂຶ້ນ​.