|
 |
(GMT+08:00)
2007-10-30 18:54:36
|
 |
ຈີນແລະອາຊຽນຫາລືການຮ່ວມມືຫຼຸດຜ່ອນຄວາມທຸກຍາກ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 30 ຕຸລານີ້, ເວທີປາໄສການພັດທະນາສັງຄົມແລະຫຼຸດຜ່ອນຄວາມທຸກຍາກຈີນອາຊຽນໄດ້ຈັດຂຶ້ນຢູ່ເມືອງນານນິງຂອງເຂດກວາງຊີຈີນ. ຮ້ອຍກວ່າຄົນເຊິ່ງລວມທັງເຈົ້າໜ້າທີ່ອາວຸໂສທີ່ຊີ້ນຳວຽກງານຫຼຸດຜ່ອນຄວາມທຸກຍາກ, ຜູ້ຊ່ຽວຊານ, ນັກວິຊາການແລະນັກວິສາຫະກິດໃນຂົງເຂດພັດທະນາສັງຄົມແລະຫຼຸດຜ່ອນຄວາມທຸກຍາກທີ່ມາຈາກຈີນແລະ 10 ປະເທດອາຊຽນໄດ້ພ້ອມກັນຫາລືການຮ່ວມມືຫຼຸດຜ່ອນຄວາມທຸກຍາກ.
ທ່ານຟ້ານສຽວຈ້ຽນ ຫົວໜ້າຫ້ອງການຫຼຸດຜ່ອນຄວາມທຸກຍາກແລະການພັດທະນາຂອງລັດຖະບານຈີນກ່າວວ່າ, ເວທີປາໄສເທື່ອນີ້ຈະຊຸກຍູ້ໃຫ້ສ້າງກົນໄກພົບປະກັນລະດັບລັດຖະມົນຕີ່ຫຼຸດຜ່ອນຄວາມທຸກຍາກ, ກົນໄກເວທີປາໄສຫຼຸດຜ່ອນຄວາມທຸກຍາກໃນພາກພື້ນແລະ, ກົນໄກຢ້ຽມຢາມເຊິ່ງກັນແລະກັນກ່ຽວກັບຫົວຂໍ້ຕ້ານຄວາມທຸກຍາກລະຫວ່າງຈີນກັບອາຊຽນ, ນີ້ມີຜົນດີຕໍ່ຈີນເສີມຂະຫຍາຍບົດບາດອັນສຳຄັນໃນຂົງເຂດພັດທະນາສັງຄົມແລະຫຼຸດຜ່ອນຄວາມທຸກຍາກໃນພາກພື້ນອາຊຽນ, ຊຸກຍູ້ມິດຕະພາບແລະການພັດທະນາລະຫວ່າງຈີນກັບອາຊຽນ.
|
|
|