ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-30 20:21:40    
ມູນ​ຄ່າ​ສົ່ງ​ອອກ​ທີ່ຕົກລົງ​​ໃນງານ​ການ​ຄ້າສິນຄ້າຂາ​ເຂົ້າຂາ​ອອກ​ກວາງ​ໂຈ່​ວຄັ້ງ​ທີ 102 ​ເພີ່ມ​ຂຶ້ນ 2,9%

cri
ຕາມ​ຂ່າ​ວສານ​ຊິ່ນ​ຮວາ: ວັນ​ທີ 30 ຕຸລາ​ນີ້, ງານ​ການ​ຄ້າ​ສິນຄ້າ​ຂາ​ເຂົ້າຂາ​ອອກຂອງ​ຈີນ​ຄັ້ງ​ທີ 102 ທີ່​ຈັດ​ຂຶ້ນ​ຢູ່​​ເມືອງ​ກວາງ​ໂຈ່​ວ​ໄດ້​ອັດ​ລົງ, ມູນ​ຄ່າ​ສົ່ງ​ອອກ​ທີ່​ຕົກລົງ​ແລ້ວ​ໄດ້​ສ້າງ​ສະຖິຕິ​ໃໝ່, ຄືມີ​ເຖິງ 37 ຕື້ 450 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 2,9% ​ເມື່ອ​ທຽບ​ໃສ່​ງານ​ການ​ຄ້າ​ລະດູ​ໃບ​ໄມ້​ປົ່ງປີ​ນີ້, ​​ຫຼາຍກວ່າງານ​ການ​ຄ້າ​ລະດູ​ໃບ​ໄມ້​ຫຼົ່ນປີ​ກາຍ​ນີ້ 10%.

ທ່ານ​ຊູ​ບິ່ງ ​ຮອງ​ເລຂາທິການ​ໃຫຍ່​, ທັງ​ເປັນ​ໂຄສົກຂອງ​ງານ​ການ​ຄ້າ​ກວາງ​ໂຈ່​ວ​​ແຈ້ງ​ໃຫ້​ຊາບວ່າ, ​ໃນ​ງານ​ການ​ຄ້າ​ຄັ້ງ​ນີ້, ຜະລິດ​ຕະພັນ​ເຄື່ອງ​ຈັກ​ເອ​ເລັກ​ໂຕຼນິກຍັງ​ແມ່ນ​ພະລັງ​​ຕົ້ນຕໍ​ທີ່​ເຮັດ​ໃຫ້ການ​ຄ້າ​ຂາ​ອອກ​ເພີ່ມ​ຂຶ້ນ. ນອກ​ນີ້, ມູນ​ຄ່າສິນຄ້າ​ຂາ​ອອກປະ​ເພດ​ຕ່າງໆ​, ​ເຊັ່ນ: ຜະລິດ​ຕະພັນ​ອຸດສາຫະກຳ​ເບົາ, ​ແລະຜະລິດ​ຕະພັນ​ກະ​ສິກຳ​ເປັນ​ຕົ້ນ​ກໍ່​​ໄດ້​ມີ​ການ​ເພີ່ມ​ຂຶ້ນ.

ນັບ​ແຕ່​ງານ​ການ​ຄ້າ​ກວາງ​ໂຈ່​ວ​ເລີ່​ມຈັດ​ຂຶ້ນ​​ໃນປີ 1957 ມາ​ຮອດ​ປະຈຸ​ບັນ, ​ໄດ້​ກາຍ​ເປັນ​ງານ​ວາງສະ​ແດງ​ສາກົນ​ລວມທີ່​ມີ​ປະຫວັດສາດ​ຍາວ​ກວ່າ​ໝູ່, ຂະໜາດ​ໃຫຍ່​ກວ່າ​ໝູ່, ​ແລະ​ໄດ້​ຮັບ​ຜົນ​ດີກ​ວ່າ​ໝູ່​ຂອງ​ຈີນ​ແລ້ວ.