ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-31 20:38:22    
ຈີນ​ກັບ 10 ປະ​ເທດ​ອາ​ຊຽນ​ປະ​ກາດ "ຂໍ້​ລິ​ເລີ່ມ​ນານ​ນິງ​"ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

cri
ຕາມ​ຂ່າວ CRI: ວັນ​ທີ 31 ຕຸລາ​ນີ້, ​ເວທີ​ປາ​ໄສ​ການພັດທະນາ​ສັງຄົມ​ແລະຫຼຸດຜ່ອນ​ຄວາມທຸກ​ຍາກຈີນອາ​ຊຽນຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ ພາກ​ຕາ​ເວັນ​ຕົກສຽງ​ໃຕ້ຂອງ​ຈີນ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ, ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້ປະກາດ"ຂໍ້​ລິ​ເລີ່​ມນານ​ນິງ" ກ່ຽວ​ກັບ​ການ​ຮ່ວມ​ມືຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເພື່ອ​ເກາະ​ແຂນ​ກັນ​ຊຸກ​ຍູ້​ການ​ພັດທະນາ​ສັງຄົມ​ແລະຫຼຸດຜ່ອນ​ຄວາມທຸກ​ຍາກ.

ຂໍ້​ລິ​ເລີ່​ມຂຽນ​ວ່າ, ການ​ຊຸກ​ຍູ້​ຂະ​ບວນການຫຼຸດຜ່ອນ​ຄວາມທຸກ​ຍາກ​ແລະ​ພັດທະນາ​ສັງຄົມ​ຂອງ​ປະ​ເທດ​ອາ​ຊຽນ​ແລະ​ຈີນ, ບັນລຸ​ການ​ພັດທະນາ​ຢ່າງສະ​ໝ່ຳສະ​ເໝີ​ກັນ​ພາຍ​ໃນ​ປະ​ເທດຕ່າງໆ​ແລະ​ລະຫວ່າງ​ປະ​ເທດ​ຕ່າງ​ໆ​ໃນ​ພາກ​ພື້ນ​ນີ້, ບໍ່​ພຽງ​ແຕ່​ແມ່ນວຽກ​ງານ​ຂອງ​ຜູ້​ວາງນະ​ໂຍບາຍ, ນັກ​ຄົ້ນຄວ້າ​ທິດ​ສະ​ດີ​ແລະ​ຜູ້​ປະຕິບັດ​ຕົວ​ຈິງຂອງ​ປະ​ເທດ​ອາ​ຊຽນ​ແລະ​ຈີນ, ​ຍິ່ງ​ຕ້ອງການ​ປະ​ເທ​ດທີ່ພັດທະນາ​ແລ້ວ​, ອົງການ​ຊ່ອຍ​ເຫຼືອຫຼາຍຝ່າຍ​ແລະ​ສອງ​ຝ່າຍ​ຕ່າງໆພາຍ​ໃນ​ແລະ​ນອກ​ພາກ​ພື້ນ​ນີ້​ເຂົ້າ​ຮ່ວມ​ພ້ອມ​ກັນ. ຂໍ້​ລິ​ເລີ່​ມຮຽກຮ້ອງ​ໃຫ້​ອົງການ​ສາກົນ​ທີ່​ກ່ຽວຂ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ໂຄງການຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ແລະ​ພັດທະນາ​ສັງຄົມ​ຂອງ​ປະ​ເທດ​ທີ່​ພວມ​ພັດທະນາ​ຕື່ມ​ອີກ.