ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-31 20:02:15    
ສະຫະພັນ​ໂທລະ​ຄົມ​ສາກົນ​ຍ້ອງຍໍ​ຈີນ​ທີ່​ອົບຮົມ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ໃຫ້ອາ​ຝຼິກາ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 30 ຕຸລາ​ນີ້, ທ່ານ​ຊາ​ມີ ອັນ ບາ​ເຊຍ ຫົວໜ້າ​ຫ້ອງການ​ພັດທະນາ​ໂທລະ​ຄົມ​ທີ່​ຂຶ້ນ​ກັບ​ສະຫະພັນ​ໂທລະ​ຄົມ​ສາກົນ​ກ່າວ​ວ່າ, ຈີນ​ສະໜອງ​ການ​ອົບ​ຮົມ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​​ໃຫ້​ອາ​ຝຼິກາ​ຈະ​ສ້າງ​ສະພາບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ສອງ​ຝ່າຍ.

ກ່ອນ​ກອງ​ປະຊຸມ​ສຸດ​ຍອດ "ຕິດ​ຕໍ່​ອາ​ຝຼິກາ" ທີ່​ຈັດ​ຂຶ້ນ​ຢູ່​ກີ​ກາລີ ນະຄອນຫຼວງລູວັນ​ດາ​ຈະອັດ​ລົງ, ທ່ານ​ບາ​ເຊຍກ່າວ​ວ່າ, ຜ່ານ​ການ​ພັດທະນາ​ເປັນ​ເວລາຫຼາຍປີ, ​ໃນ​ຂົງ​ເຂດ​ຕ່າງໆ​ເຊິ່ງລວມທັງ​ອຸດສາຫະກຳ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ຈີນ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ, ມີ​ບົດຮຽນ​ອຸດົມສົມບູນ​ໃນ​ດ້ານ​ຊຸກຍູ້​ຄວາມ​ກ້າວໜ້າ​ຂອງ​ອຸດສາຫະກຳ​ຂະ​ແໜງ​ນີ້​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ. ​ໃນ​ກ​ອງປະ​ຊຸມ​ສຸດ​ຍອດ​ເທື່ອ​ນີ້, ບໍລິສັດ​ຈີນ​​ໂດຍ​ແມ່ນບໍລິສັດ​ເຕັກນິກ​ຮວາ​ເວີຍ​ຈີນ​ຈຳກັດ​ເປັນ​ຕົວ​ແທນໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ສະຫະພັນ​ໂທລະ​ຄົມ​ສາກົນ, ​ສະ​ເໜີ​ແຜນການ​ຊ່ອຍ​ເຫຼືອປະ​ເທດ​ອາ​ຝຼິກາ​ອົບຮົມ​ຊ່າງ​ເຕັກນິກຫຼາຍ​ຊຸດ.