ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-31 20:39:23    
ດາວ​ທຽມ​"ຊາງ​ເອີ​ເລກ​ໜຶ່ງ"ຂອງ​ຈີນ​​ເຂົ້າ​ສູ່​ວົງ​ໂຄ​ຈອນ​​ທີ່​ບິນ​ຈາກ​ໜ່ວຍ​ໂລກ​ໄປ​ສູ່​ດວງ​ຈັນ

cri Author: shuo
ຕາມ​ຂ່າວCRI:​ເວລາ17​ໂມງ15​ນາທີຂອງ​ວັນ​ທີ31​ຕຸລາ​ນີ້​ເວລາ​ປັກ​ກິ່ງ,ດາວ​ທຽມ​ສຳ​ຫຼວດ​ດວງ​ຈັນ​ໜ່ວຍ​ທຳ​ອິດ​ຂອງ​ຈີນ​ຄື"ຊາງ​ເອີ​ເລກ​ໜຶ່ງ"​ໄດ້​ປ່ຽນ​ວົງ​ໂຄຈອນ​ເທື່ອ​ທີ​ສາມ​ຢ່າງ​ສຳ​ເລັດ​ຜົນ,​ເຂົ້າສູ່​ວົງ​​ໂຄຈອນ​ທີ່​ບິນຈາກ​ໜ່ວຍ​ໂລກ​ໄປ​ສູ່​ດວງ​ຈັນ​ຢ່າງ​ສະດວກ,​ເລີ່​ມບິນ​ໄປ​ສູ່​ດວງ​ຈັນ.

ທ່ານວາງ​ເຢຈ້ວນ ນັກ​ວິ​ສະວະ​ກອນ​ໃຫຍ່​ຂອງ​ສູນ​ຄວບ​ຄຸມ​ການບິນ​ອະວະກາດ​ປັກ​ກິ່ງ​​ແຈ້ງ​ໃຫ້​ຊາບວ່າ,ນີ້​ແມ່ນ​ການ​ປ່ຽນວົງ​ໂຄຈອນ​ເທື່ອ​ສຸດ​ທ້າຍ​ໃນ​ເວລາ​ບິນ​ອ້ອມ​ໜ່ວຍ​ໂລກ​ຂອງ​ດາວ​ທຽມ"​ຊາງ​ເອີ​ເລກ​ໜຶ່ງ",ກໍ​ແມ່ນ​ຂໍກະ​ແຈ​ຂອງ​ກິດຈະການ​ສຳ​ຫຼວດດວງ​ຈັນ​ເທື່ອ​ນີ້.​ຄາດ​ວ່າ​ດາວ​ທຽມ"​ຊາງ​ເອີ​ເລກ​ໜຶ່ງ"ຈະ​ບິນ​ປະມານ114​ຊົ່ວ​ໂມງ,​ແລ້ວ​ເຂົ້າສູ່​ວົງ​ໂຄ​ຈອນ​ດວງ​ຈັນ​ທີ່​ຫ່າງ​ຈາກ​ໜ່ວຍ​ໂລກ4​​ແສນ​ກິ​ໂລ​ແມັດ,​ແລະ​ຈະ​ສົ່ງ​ຮູບ​ພາບ​ຂອງ​ດວງ​ຈັນ​ແຜ່ນ​ທຳ​ອິດ​ໃນ​ທ້າຍ​​ເດືອນ​ພະຈິກປີ​ນີ້.