ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-01 20:17:18    
ຕວກ​ກີຈະ​ປະຕິບັດ​ການ​ລົງ​ໂທ​ດ​ເສດຖະກິດ ​ເພື່ອ​ໂຈມຕີ​ກຳລັງ​ປະກອບ​ອາວຸດ​ຂອງ​ພັກ​ PKK

cri
ຕາມ​ຂ່າວສານ​ຊິ່ນ​ຮວາ​: ວັນ​ທີ 1 ພະຈິກ​ນີ້, ສື່​ມວນ​ຊົນ​ຕວກກີ​ແຈ້ງ​ຂ່າວ​ວ່າ, ວັນ​ທີ 31 ຕຸລາ​​ແລ້ວນີ້, ທ່ານ​ເຣ​ເຊັບ ທາ​ຍຢິບ ​ເອ​ໂດກ​ອັນ ນາຍົກລັດຖະມົນຕີ ຕວກກີ​ກ່າວ​ວ່າ, ຕວກກີ​ອາດ​ຈະປະຕິບັດ​ການລົງ​ໂທດ​ດ້ານ​ເສດຖະກິດ​ຕໍ່​ເຂດ​ປົກຄອງ​ຕົນ​ເອງ​ເຄີ​ດ​ຂອງ​ອີຣັກ, ​ເພື່ອ​ຈົມ​ຕີກຳລັງ​ປະກອບ​ອາວຸດ​ຂອງ​ພັກ​ກຳມະກອນ​ເຄີ​ດິສຖານ ຫຼື PKK ທີ່​ຢູ່​ພາກ​ເໜືອີຣັກ.

ທ່ານ​ເອ​ໂດກ​ອັນກ່າ​ວວ່າ, ຕາບໃດ​ຕ້ອງການ, ຕວກ​ກີ​ຈະ​ປະຕິບັດ​ມາດ​ຕະການ​ດັ່ງກ່າວ​ຢ່າງບໍ່​ສົ່ງ​ໄສ​ໃນ​ຕາບ​ນັ້ນ.

ວັນ​ທີ 31 ຕຸ​ລາ​​ແລ້ວນີ້, ພາຍຫຼັງກອງ​ປະຊຸມ​ປະຈຳ​ຂອງ​ລັດຖະບານ, ທ່ານ​ເຊ​ມິວ ຊິ​ເຊັກ ​ຮອງນາຍົກລັດຖະມົນຕີທັງ​ເປັນ​ໂຄສົກ​ລັດຖະບານ​ຕວກ​ກີ​ກ່າວ​ວ່າ, ລັດຖະບານ​ຕວກກີ​ຈະ​​ໂຈມ​ຕີກຳລັງ​ປະກອບ​ອາວຸດ​ຂອງ​ພັກ PKK ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ການ​ທະຫານ, ການ​ເມືອງ, ການ​ຕ່າງປ​ະ​ເທດ​ແລະ​ເສດຖະກິດ​ເປັນ​ຕົ້ນ.