ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-02 13:22:44    
ນາ​ຍົກ​ປາ​ເລັສ​ຕິນ​ກ່າວ​ວ່າ​ຈະ​ພ້ອມ​ກັນ​ກັບ​ອາ​ເມ​ລິ​ກາ​ແລະ​ອິສ​ຣາ​ແອນ​ປະ​ຕິ​ບັດ​ແຜນ​ການ​​ເສັ້ນ​ທາງ​ສັນ​ຕິ​ພາບ​ຄືນ​ໃຫມ່

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 1 ພະຈິກ​ນີ້,ທ່ານ​ຊາ​ເລັມ ຟາ​ຢັດ ນາ​ຍົກ ລັດ​ຖະ​ມົນ​ຕີລັດຖະບານຊົ່ວ​ຄາວຂອງ​ປາ​ເລັສຕິນ​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ວ່າ,ທ່ານ​ຈະ​ຮ່ວມ​ກັນ​ກັບອິສຣາ​ແອນ​ແລະອາ​ເມ​ລິ​ກາປະຕິບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​​ໄລຍະ​ທີ່​ຫນຶ່ງ​

ທ່ານ​ຟາ​ຢັດກ່າວ​ວ່າ,ສາມ​ຝ່າຍຄືປາ​ເລັສຕິນ ອິສຣາ​ແອນ​ແລະ​ອາ​ເມ​ລິ​ກາ ຍັງ​ບໍ່​ໄດ້​ເລີ່​ມດຳ​ເນີນ​ວຽກ​ງານ​ນີ້ຢ່າງ​ເປັນ​ທາງ​ການ​ເທື່ອ,​ແຕ່​ວ່າ ການ​ປະຕິ ບັດ​ແຜນການ​ເສັ້ນທາງ​ສັນຕິພາບ​ໄລຍະ​ທຳ​ອິດ,ແມ່ນ​ບາດກ້າວ​ສຳຄັນ​ທີ່​ເຮັດ​ໃຫ້ກອງ​ປະຊຸມ​ສາກົນກ່ຽວ​ກັບສັນຕິພາບຕາ​ເວັນ​ອອກ​ກາງທີ່ຈະ​ຈັດ​ຂຶ້ນ​​ໃນ​ທ້າຍ​ເດືອນ​ພະຈິກ​ນີ້​ທີ່​ໄດ້​ຮັບ​ຜົ​ນສຳ​ເລັດ​.


ມື້​ດຽວ​ກັນ, ​ນາງ​ຈີ​ພີ ລິ​ຟນີ  ລັດຖະມົນຕີ​ການວ່າການ​ກະຊວງ​ຕ່າງປະ​ເທດ​ອິສຣາ​ແອນ​ໄດ້​ປະຕິ​ເສດບໍ່​ຮັບຮູ້​ວ່າອິສຣາ​ແອນ​ຢາກ​​ແກ່ຍາວການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ສ້າງ​ຕັ້ງ​ປະ​ເທດ​ປາ​ເລັສຕິນ.​ນາງ​ກ່າວ​ວ່າ,ການ​ທີ່ອິສຣາ​ແອນປະຕິ​ເສດ​ຕະລາງ​ເວລາ​ສ້າງ​ຕັ້ງ​ປະ​ເທດ​ຂອງຝ່າຍ​ປາ​ເລັສຕິນນັ້ນ​ແມ່ນ​ຍ້ອນ​ອິສຣາ​ແອນ​ເປັນ​ຫ່ວງ​ນຳ​ວ່າປະຕິບັດ​ຕາມຕະລາງ​ເວລາ​ດັ່ງກ່າວ​ບໍ່​​ໄດ້,ຈະພາ​ໃຫ້​ເກີດ​ການ​ປະ​ທະ​ດ້ວຍຄວາມ​ຮຸນ​​ແຮງ​ຮອບ​ໃຫມ່​