ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-02 18:44:46    
ສະຫະ​ປະຊາ​ຊາດຕັ້ງ​ສູນຕິດຕາມ​ກວດກາ​ຄຸນ​ນະພາ​ບການ​ສຶກສາ​ທົ່ວ​ປວງ​ຊົນ​ແຫ່ງ​ທຳ​ອິດ​ຢູ່​ຈີນ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ກອງ​ປະຊຸມ​ປະດິດ​ສ້າງການ​ສຶກສາ​ສາກົນ​ຮາງ​ໂຈ່ວຈີນ​ຄັ້ງ​ທີ 5 ​​ໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 2 ພະຈິກ​ນີ້​, ອົງການສະຫະ​ປະຊາ​ຊາດ​ເພື່ອ​ການ​ສຶກສາ​ວິທະຍາສາດ​ແລະ​ວັດທະນະທຳ​ຫຼື UNESCO​ ​ໄດ້​ປະກາດ​ເປັນ​ທາງ​ການ​ວ່າ "ກ​ອງປະຊຸມປະດິດ​ສ້າງການ​ສຶກສາ​ສາກົນ​ຮາງ​ໂຈ່​ວຈີນ​" ​ແມ່ນກອງ​ປະຊຸມ​ປະຈຳຂອງອົງການ​ UNESCO​. ພ້ອມ​ກັນ​ນັ້ນ, ອົງການ​ດັ່ງກ່າວ​ຍັງ​ໄດ້​ຕັ້ງສູນຕິດຕາມ​ກວດກາ​ຄຸນ​ນະພາ​ບການ​ສຶກສາ​ທົ່ວ​ປວງ​ຊົນຢູ່​ເມືອງ​ເຊ້ຍ​ເຊີງ​ນະຄອນຮາງ​ໂຈ່​ວ​​ເຊິ່ງ​ເປັນແຫ່ງ​ທຳ​ອິດ​ຢູ່​ຈີນ.

ສູນ​ຕິດຕາມ​ກວດກາ​ແຫ່ງ​ນີ້​ແມ່ນ​ອົງການ​ຕິດຕາມ​ກວດກາ​ຄຸນ​ນະພາ​ບການ​ສຶກສາ​ລັກສະນະ​ພາກ​ພື້ນ​ພຽງ​​ແຫ່ງດຽວ​ຂອງ​ຈີນ​ໃນ​ປະຈຸ​ບັນ, ມີ​ຈຸດປະສົງ​ເພື່ອ​ຄົ້ນຄວ້າ​​ແລະສ້າງ​ລະບົບ​ຕີ​ລາຄາ​ແລະ​ກວດກາ​ຄຸນ​ນະພາ​ບການ​ສຶກສາ​ທົ່ວ​ປວງ​ຊົນ, ​​ເພື່ອ​ຊ່ອຍ​​ໃຫ້​ຊອກ​ຫາ​ພະລັງ​ຊຸກ​ຍູ້​ການພັດທະນາ​ການ​ສຶກສາຕື່ມ​ອີກ​ແລະ​ຊ່ອງ​ທາງ​ວິທະຍາສາດ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຢ່າງ​ບໍ່​ຢຸດ​ຢັ້ງ.