ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-02 18:56:27    
ປັກ​ກິ່ງ​ຈະ​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ຖານ​​ເລກ​IV​ແຫ່ງ​ຊາດ​ຕໍ່​ການ​ລະ​ບາຍ​ຄວັນ​ລົດ​ໃນ​ຕົ້ນ​ປີ​2008

cri Author: shuo
ຕາມຂ່າວສານ​ຊິນ​ຮວາ:ວັນ​ທີ2​ພະ​ຈິກ​ນີ້,ທ່ານ​ເຟີງ​ຢູ້​ຊຽວ ຫົວ​ໜ້າ​ພະ​ແນກ​ລົດ​ຍົນ​ຂອງ​ພະ​ແນກ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນະ​ຄອນ​ປັກ​ກິ່ງ​ກ່າວ​ວ່າ,​ອີງ​ຕາມ​ແຜນ​ການ,​ປັກ​ກິ່ງ​ຈະ​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ຖານ​ເລກ​IV​ແຫ່ງ​ຊາດ​ຕໍ່​ການ​ລະບາຍ​ຂວັນ​ລົດ​ຂອງ​ລົດ​ຍົນ​ໃນ​ຕົ້ນ​ປີ​2008,​ປະ​ຈຸ​ບັນ​ນີ້,​ພໍ່​ຄ້າ​ຈຳ​ໜ່າຍ​ລົດ​ຍົນ​ຂອງ​ປັກ​ກິ່ງ​ໄດ້​ກຽມພ້ອມ​ແລ້ວ.

ທ່ານ​ເຟີ​ງຢູ້ຊຽວຍັງ​ກ່າວ​ວ່າ,ປັກ​ກິ່ງ​ໄດ້ຕົກລົງ​ວ່າ,​ເວ​ລາທີ່​ປະຕິບັດ​ມາດຕະຖານ​ເລກIV​ຂອງນ້ຳ​ມັນ​ແມ່ນ​ວັນ​ທີ1​ມັງກອນ​ປີ2008,ຮອດ​ເວ​ລານັ້ນ,ປ້ຳ​ນ້ຳ​ມັນ​ທຸກ​ບ່ອນ​ຂອງ​ປັກ​ກິ່ງ​ລ້ວນ​ແຕ່​ຈະ​ສະໜອງ​ນ້ຳມັນ​ແອັດ​ຊັງ​ແລະ​ນ້ຳມັນກາ​ຊວນທີ່​ໄດ້​ມາດຕະຖານ​​ໃໝ່.

ນັບ​ມາ​ຮອດ​ປະຈຸ​ບັນ,ນະຄອນ​ປັກ​ກິ່ງ​ໄດ້​ມີ​ລົດປະ​ເພດ​ຕ່າງໆຫຼາຍກວ່າ3​ລ້ານ1​ແສນ​ຄັນ,​ແຕ່​ຍ້ອນ​ວ່າ​ປັກ​ກິ່ງ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ ​ເ​ຊັ່ນ​​ຄ່ອຍໆຍົກ​​ມາດຕະຖານ​ລະບາຍ​ຄວັນ​ລົດ​ໃຫ້​​ສູງ​ຂຶ້ນ​​,ປະຈຸ​ບັນ​ນີ້,ມົນ​ລະ​ພິດ​ສຳຄັນ​ທີ່​ກ່ຽວ​ພັນ​ເຖິງ​ຄວັນ​ລົດ​ໃນ​ອາກາດ​ປັກ​ກິ່ງ​ບໍ່​ພຽງ​ແຕ່​ບໍ່ໄດ້​ເພີ່ມ​ຂຶ້ນຫຼາຍ​ໄປ​ຕາ​ມ​ລົດທີ່​ເພີ່ມ​ຂຶ້ນຫຼາຍ,ຊ້ຳພັດ​ຫຼຸດໜ້ອຍ​ລົງ.​