ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-02 20:33:11    
ປີ​ນີ້, ປະລິ​ມານ​ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າດ້ວຍ​ພະລັງ​ລົມ​ຂອງ​ຈີນຄາດ​ວ່າ​ຈະ​ບັນລຸ 5 ລ້ານ​ກິ​ໂລ​ວັດ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ນັກ​ຂ່າວ​ໄດ້​ຊາບ​ຈາກ​ກອງ​ປະຊຸມ​ພະລັງ​ລົມ​ສາກົນ​ປີ 2007 ທີ່​ກຳລັງ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້​ຈີນ​ວ່າ, ປີນີ້, ປະລິ​ມານ​ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າດ້ວຍ​ພະລັງ​ລົມ​ຂອງ​ຈີນຄາດ​ວ່າຈະ​ບັນລຸ 5 ລ້ານ​ກິ​ໂລ​ວັດ, ບັນລຸ​ເປົ້າ​ໝາຍ​​ໃນ​ "​ແຜນການ​ພັດທະນາ​ໄລຍະ​ກາງ​ແລະ​ຍາວ​ຂອງ​ກົດໝາຍ​ວ່າ​ດ້ວຍພະລັງງານທີ່​ເກີດໃໝ່​ໄດ້" ຂອງ​ຊາດ​ໄດ້​​ກ່ອນ​ເວລາ​ກຳນົດ 3 ປີ.

ພາຍ​ໃຕ້​ການ​ສະໜັບສະໜູນດ້ານນະ​ໂຍບາຍ​ຂອງ​ລັດ, ປະຈຸ​ບັນ, ​ເຂດ​ທີ່​ມີ​ຊັບພະຍາກອນ​ພະລັງ​ລົມ​​​ອຸດົມສົມບູນ​ຂອງ​ຈີນ​ໄດ້​ຕັ້ງໜ້າ​ພັດທະນາ​ການ​ຜະລິດ​ໄຟຟ້າ​. ນອກ​ນີ້, ຄຽງ​ຄູ່​ກັບການ​ພັດທະນາ​ຂອງ​ອຸດ​ສາ​ຫະກຳຜະລິດ​ເຄື່ອງ​ອຸປະກອນຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ຂອງ​ຈີນ​​​ໄວ​ຂຶ້ນ, ສະພາບ​ການ​ທີ່ເຄື່ອງ​ອຸປະກອນຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມອາ​ໄສ​ແຕ່​ການ​ຊື້​ຈາກ​ຕ່າງປະ​ເທດ​ກໍ່​ໄດ້​ມີ​ການ​ປ່ຽນ​ແປ​ງຢ່າງ​ເຖິງ​ຖອງ. ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ໄດ້​ຄົ້ນຄວ້າຜະລິດ​​ເຄື່ອງ​ອຸປະກອນຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມທີ່ມີສະມັດ​ຕະພາບ​ສູງ​ທີ່​ມີ​ຍີ່​ຫໍ້​ຂອງ​ຕົນ​ເອງ, ນີ້​ຈະ​ສ້າງ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່​ການ​ພັດທະນາ​ການຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມຂອງ​ຈີນ​ແລະຫຼຸດຕົ້ນ​ທຶນການຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມ​ໃຫ້​ໜ້ອຍ​ລົງ.