ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-02 20:37:16    
ຈີນ​ແລະ​ອາ​ຊຽນ​ຫາລື​ການ​ຮ່ວມ​ມື

cri
​ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 2 ພະຈິກ​ນີ້, ​ເວທີ​ປາ​ໄສ​ສື່​ມວນ​ຊົນ​ຈີນ​​ແລະ​ອາ​ຊຽນຄັ້ງ​ທີ 2 ​ໄດ້ຈັດ​ຂຶ້ນ​ຢູ່​ກິ່ງ​ແຂວງເຜົ່າ​ໄທ​ລື້​​ສິບ​ສອງ​ພັ່ນ​ນາ​ ແຂວງ​ຢຸນນານ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ບຸກຄົນ​ໃນ​ວົງ​ການ​ສື່​ມວນ​ຊົນ​ຈາກ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ເຕົ້າ​ໂຮມ​ກັນ​ຢູ່​ນີ້​ເພື່ອຫາລື​ບັນຫາ​ຕ່າງໆ, ​ເຊັ່ນ: ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນຂະ​ແໜງ​ຕ່າງໆ​ແລະ​ສ້າງ​ເວທີ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທາງ​ອິນ​ເດິ​ເນັດ​ເປັນ​ຕົ້ນ.

ຜູ້​ແທນສື່​ມວນ​ຊົນ​ເກືອບ 40 ​ແຫ່ງ​ທີ່​ມາ​ຈາກ​ຈີນ​ແລະ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເທື່ອ​ນີ້, ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ເທື່ອ​ນີ້​ແມ່ນ "ສົ່ງ​ເສີມວັດທະນະທຳ​ຊົນ​ຊາດ, ຊຸກ​ຍູ້​ກາ​ນພັດທະນາ​ຂອງ​ພາກ​ພື້ນ, ຊຸກ​ຍູ້​ການ​ແລກປ່ຽນ​ຂອງ​ສື່​ມວນ​ຊົນ, ຮັບ​ໃຊ້​ການ​ສ້າງ​ພາກ​ພື້ນ".

​ໃນ​​ເວທີ​ປາ​ໄສ, ທ່ານ​ຮານ​ລີ້, ຮອງ​ຫົວໜ້າ​ສຳນັກ​ໜັງສືພິມ​ເວີນ​ຮຸ້ຍຮົງ​ກົງ​​ກ່າວວ່າ, ຈຸດປະສົງ​ຂອງການຈັດ​ເວທີ​ປາ​ໄສ​ສື່​ມວນ​ຊົນກໍ່​ແມ່ນ​ເພື່ອບັນລຸ​ ຄວາມ​ເຫັນ​​ເອກະ​ສັນ​ກັນກ່ຽວ​ກັບ​ການລົງ​ເລິກການ​ຮ່ວມມື​ແລະ​ການ​ແລກປ່ຽນ, ​ເຊິ່ງລວມທັງວຽກ​ງານຕ່າງໆ​, ​ເຊັ່ນ: ​ເຕົ້າ​ໂຮມ​ແຫຼ່ງທີ່​ມາ​ຂອງ​ຂໍ້​ມູນ​ຂ່າວສານ, ສ້າງ​ບ່ອນ​ແລກປ່ຽນ​ຂໍ້​ມູນ​ຂ່າ​ວສານ​ທາງ​ອິນ​ເດິ​ເນັດ​ເປັນ​ຕົ້ນ, ​ ​ປະກອບສ່ວນຫຼາຍກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.