ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-03 16:57:15    
ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ມີ​ການ​ພັດ​ທະ​ນາ​ໃໝ່​ໃຫຍ່​ກວ່າ​ເກົ່າ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ເດືອນ​ພະຈິກ​ນີ້ແມ່ນພີ່ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ທັບ​ມ້າງ​ສະພາບ​ບໍ່​ໄປມາຫາ​ສູ່​ກັນ​ແລະ​ເລີ່​ມຕົ້ນ​ການ​ແລ​ກປ່ຽນ​ຄົບຮອບ20​ປີ.​ຫວ່າງ​ມໍ່ໆ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ຢູ່​ປັກ​ກິ່ງ,ທ່ານ​ລີ​ປິງ​ສາຍ ຮອງ​ປະທານ​ປະ​ຈຳ​ສະມາ​ຄົມ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ກ່າວ​ວ່າ,​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ວັດທະນະທຳ​ລະຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ມີ​ການ​ພັດ​ທະ​ນາ​ໃໝ່​ໃຫຍ່​ກວ່າ​ເກົ່າ.

ທ່ານ​ລີ​ປິງສາຍ​ກ່າວ​ວ່າ,ພຶດຕິ​ກຳ​ໃນ20​ປີທີ່ຜ່ານມາ​ໄດ້ຢັ້ງຢືນ​ໃຫ້​ເຫັນ​ວ່າ,​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ເສດຖະກິດ​ແລະ​ວັດທະ​ນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແມ່ນ​ປັດ​ໄຈ​ທີ່​ຟົດ​ຟື້ນກວ່າ​ໝູ່​ໃນ​ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ.​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ໄດ້​ມີ​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊິ່ງ​ວ່າ,​ຢູ່​ຮ່ວມ​ກັນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ,​ແຍກ​ອອກ​ຈາກ​ກັນ​ຈະ​ສ້າງ​ຜົນ​ຮ້າຍ​ຕໍ່​ທັງ​ສອງ​ຝ່າຍ​.

ທ່ານ​ລີ​ປິງສາຍ​ກ່າວ​ວ່າ,ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ17​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຫາ​ກໍ່​ອັດ​ລົງ​ນັ້ນ​ໄດ້​ວາງ​ແນວ​ຄິດ​ຊີ້​ນຳ​ແລະ​ຄວາມ​ຮຽກຮ້ອງ​ລວມ​ຕໍ່​ວຽກ​ງານ​ຕໍ່​ໄຕ້​ຫວັນ​ໃນ​ໄລ​ຍະ​ຕໍ່​ໜ້າ.​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ແລ​ກປ່ຽນ​ດ້ານ​ເສດຖະກິດ​ວັດທະນະທຳ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຈະ​ມີ​ການ​ພັດ​ທະ​ນາ​ໃໝ່​ໃຫຍ່​ກວ່າ​ເກົ່າ