ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-03 18:32:11    
ທ່ານ​ອັບ​ບາສພົບ​ປະ​ກັບຜູ້​ແທນ​ອົງ​ການ​ຮາ​ມາສ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 2 ພະຈິກ​ນີ້ ຢູ່​ເມືອງ​ລາມາ​ລາ​ ທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ທ່ານ​ມາ​ຮ໌ມຸດ ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ ​ໄດ້​ພົບ​ປະ​ກັບຜູ້​ແທນ 4 ຄົນ​ຂອງ​ຂະ​ບວນການ​ຕໍ່ຕ້ານຂອງອິສລາມ​ ຫຼື ອົງການ​ຮາ​ມາສ. ນີ້​ແມ່ນ​ທ່ານ​ອັບ​ບາສ​ພົບ​ປະ​ກັບ​ຜູ້​ແທນ​ອົງການ​ຮາ​ມາສ​ເປັນຄັ້ງທຳ​ອິດ ນັບ​ແຕ່​ອົງການ​ຮາ​ມາສຄວບ​ຄຸມ​ເຂດ​ກາ​ຊາ​ດ້ວຍ​ກຳລັງ​ອາວຸດ ​ເມື່ອ​ເດືອນ​ມິຖຸນາ​​ແລ້ວ​ນີ້ເປັນຕົ້ນມາ.

ຜູ້​ຊ່ວຍ​ຂອງ​ທ່ານ​ອັບ​ບາສກ່າວ​ເນັ້ນວ່າ ສອງ​ຝ່າຍ​ບໍ່​ໄດ້​ຈັດການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ. ນອກ​ນີ້, ທ່ານ​ອາ​ຮາ​ເມັດ ອັບ​ເດັວ ຣາ​ເຮີ​ມານ ທີ່​ປຶກສາ​ຂອງ​ທ່ານ​ອັບ​ບາສ​ກ່າວ​ຢ້ຳວ່າ, ມີ​ແຕ່​ອົງການ​ຮາ​ມາສກ່າວ​ຂໍ​ໂທດ​ກ່ຽວ​ກັບ​​ເຫດການ​ຄວບ​ຄຸມ​ເຂດ​ກາຊາ​ດ້ວຍ​ກຳ​ລັງ​ອາ​ວຸດ​ເມື່ອ​ເດືອນ​ມິຖຸນາ ​ແລະ ຖອນ​ອອກ​ຈາກ​ຖານ​ທັບຂອງ​ກອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕິນທີ່​ອົງການ​ຮາ​ມາສຍຶດຄອງ​ແລ້ວ​, ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສ​ຕິນ ຫຼື​ ອົງ​ການ​ຟາ​ຕາ ຈຶ່ງ​ຈະ​ຟື້ນ​ຟູ​ການ​ຕິດ​ຕໍ່​ພົວພັນກັບ​ອົງການ​ຮາ​ມາສ​ຢ່າງ​ເປັນ​ທາງ​ການ.