ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-04 19:34:54    
ນາຍົກ ສປປ ​ເກົາຫຼີ​ໄປ​ຢ້ຽມຢາມ​ ສປປ ລາວ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊີນ​ຂອງ​ທ່ານ​ບົວ​ສອນ ບຸບ​ຜາ​ວັນ ນາຍົກລັດຖະມົນຕີລາວ, ວັນ​ທີ 4 ພະຈິກ​ນີ້ ທ່ານ​ກິມຢົງ​ອິນ ນາຍົກ​ລັດ​ຖະ​ມົນ​ຕີ ສປປ ​ເກົາຫຼີ ​ໄດ້​ເດີນທາງ​ໄປ​ຮອດ​ວຽງ​ຈັນ, ​ເລີ່​ມຢ້ຽມຢາມສັນຖະວະ​ໄມຕີ​ຕໍ່​ລາວ​ເປັນ​ເວ​ລາ 4 ວັນ.

ທ່ານ​ກິມຢົງ​ອິນ​ໄດ້​​ແຈກ​ຢາຍ​ຄຳ​ປາ​ໄສ​​ຢູ່​ສະໜາມ​ບິນ​ວຽງ​ຈັນ​​ໂດຍ​ຂຽນ​ວ່າ, ສອງ​ປະ​ເທດ ສປປ ​ເກົາຫຼີ​ແລະ​ ສປປ ລາວ ​ໄດ້​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ໃນ​ການ​ຕໍ່​ສູ້​ປະ​ຕິ​ບັດ​ເປັນ​ເວລາ​ຍາວ​ນານ, ​ໄດ້​ສ້າງ​ໄມຕີ​ຈິດ​ມິດຕະພາບ​ອັນ​ເລິກ​ເຊິ່ງ. ທ່ານ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ຕໍ່​ໝາກຜົນ​ທີ່​ປະຊາຊົນ​ລາວ​ຍາດ​ມາ​ໄດ້ ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ.

ທ່ານ​ກິມຢົງ​ອິນ​ກ່າວ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມຢູ່​ລາວ, ທ່ານ​ຈະພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ, ​ແລະ​ຈະ​ພົບ​ປະກັບ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະ​ທານ​ປະ​ເທດ​ລາວ ​ແລະ​ຜູ້​ນຳ​ປະ​ເທດ​ຂອງ​ລາວ​ທ່ານ​ອື່ນໆ.