ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-05 18:39:52    
ໂຄສົກ​ກົມ​ການບິນ​ອະວະ​ກາດ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ ລູກ​ສອນ​ໄຟ​ສົ່ງ​ຍານ​ຮຸ້ນ​ໃໝ່​ຂອງ​ຈີນ​ຈະ​ດຳ​ເນີນ​ການ​ທົດ​ລອງ​ໃນ 5 ປີ​ຕໍ່​ໜ້າ

cri Author: lm

ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ເຜິຍ​ຈ້າວ​ອີ ​ໂຄສົກ​ກົມ​ການບິນ​ອະວະກາດ​​ແຫ່ງ​ຊາດຈີນກ່າວ​ວ່າ, ຈີນ​ພວມ​ວາງ​ແຜນ​ຄົ້ນ​ຄວ້າ​ຜະ​ລິດ ​"​ສາງ​ເຈິ່ງເລກ 5" ​ເຊິ່ງ​ແມ່ນລູກ​ສອນ​ໄຟ​​ສົ່ງຍານ ​ຮຸ້ນ​ໃໝ່, ຄາດ​ວ່າ​ຈະ​ບິນ​ທົດ​ລອງ​ຫຼັງ​ປີ 2012.

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ເຜິ​ຍຈ້າວ​ອີ​ກ່າວ​ວ່າ, ຈີນ​ພວມ​ຄົ້ນ​ຄວ້າ​ຜະ​ລິດ "ສາງ​ເຈິ່ງ​ເລກ 5" ​ເຊິ່ງ​ແມ່ນ​ລູກ​ສອນ​ໄຟ​​ສົ່ງຍານ​ຂະໜາດ​ໃຫຍ່​ຮຸ້ນ​ໃໝ່ ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຍິງ​ສົ່ງ​ສະຖານີ​ອາະວະ​ກາດ, ລູກ​ສອນ​ໄຟ​ສົ່ງຍານ​ຮຸ້ນນີ້ ຈະ​ໃຊ້​ວັດ​ຖຸ​ເຊື້ອ​ໄຟ​ແບບ​ອະນຸລັກ​ສິ່ງ​ແວດ​ລ້ອມ, ​ແລະ​ມີ​ກຳລັງ​ຊຸກ​ດັນ​ໃຫຍ່​ສົມ​ຄວນ.

ປັດຈຸບັນ, ​ເຕັກ​ໂນ​ໂລ​ຢີລູກ​ສອນ​ໄຟ​ຂອງ​ຈີນຍັງ​ມີ​ຄວາມຫຼຸດ​ໂຕນ​ກັບ​ອາ​ເມ​ລິ​ກາ​ແລະ ຣັດ​ເຊຍ 15 ປີ. ພາຍຫຼັງຄົ້ນຄວ້າ​ຜະລິດ​ລູກ​ສອນ​ໄຟ​ສົ່ງຍານ​ "ສາງ​ເຈິ່ງ" ຮຸ້ນ​ໃໝ່​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ຄວາມ​ສາມາດ​ຂົນ​ສົ່ງ​ໃຫຍ່​ສຸດ​ຂອງ​ລູກ​ສອນ​ໄຟ​​ສົ່ງຍານ​ລະບົບ "ສາງ​ເຈິ່ງ" ຈະ​​ເພີ່ມ​ຈາກ 9,5​ ໂຕນໃນ​ປັດຈຸບັນ ຂຶ້ນຮອດ 25 ​ໂຕນ, ນີ້​ຈະ​ເພີ່ມ​ຄວາມ​ສາມາດ​ຂອງ​ຈີນ​ໃນ​ການ​ສຳ​ຫຼວດ ​ແລະ ນຳ​ໃຊ້​ອະວະກາດ​ຊັ້ນນອກຢ່າງ​ສັນຕິ ​ໃຫ້​ສູງ​ຂຶ້ນຢ່າງ​ຫຼວງ​ຫຼາຍ.