ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 14:51:16    
ນາງສູຮວາຍຢູ

cri

ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ,ພົບ​ກັນ​ອີກ​ແລ້ວ​ກັບ​ລາຍການ​ດາວ​ປະດັບ​ຟ້າ​​ທາງCRIທີ່​ອອກ​ອາກາດ​ເປັນ​ປະຈຳ​ທຸກໆ​ວັນ​ພະຫັດ.​ໃນ​ລາຍການ​ດາວ​ປະດັບ​ຟ້າທຸກ​ຄັ້ງ​ທີ່​ຜ່ານ​ມາ,ດວງ​ມະນີ​ກໍ​ໄດ້​ສະ​ເໜີ​ກ່ຽວ​ກັບ​ດາລາ​ໃນ​ວົງ​ການ​ເພງ​ຈີນ​ ​ພ້ອມ​ທັງ​ຈັດ​ເພງ​ມ່ວນໆຂອງ​ເຂົາ​ເຈົ້າ​ສູ່​ຟັງ.ສ່ວນ​ໃນ​ມື້​ນີ້​ກໍ​ເຊັ່ນ​ດຽວ​ກັນ,​ດວງ​ມະນີ​ຈະ​ແນະນຳ​ສູ​ຮວາຍ​ຢູ ​ນັກ​ຮ້ອງ​ໄຕ້​ຫວັນ​ທີ່​​ແຟນ​ເພງ​ເອີ້ນ​ເຂົາ​ວ່າ​ເປັນ​ລາ​ຊີ​ນີຂອງ​ມວນ​ຊົນ.​ແຕ່​ຕອນ​ນີ້,ດວງ​ມະນີ​ຈະຂໍ​​ເລີ່​ມຕົ້ນ​ລາຍການ​ມື້​ນີ້​ດ້ວຍ​ເພງ​ ຂອງ​ສູ​ຮວາຍ​ຢູ ​ໃນເພງ  ຂ້ອຍ​ແມ່ນ​ສາວ​ນ້ອຍ

ປ່ອຍ​ເພງຂ້ອຍ​ແມ່ນ​ສາວ​ນ້ອຍ

 ທີ່​ຈົບ​ໄປ​ນັ້ນ​ແມ່ນ​ເພງ ຂ້ອຍ​ແມ່ນ​ສາວ​ນ້ອຍ ຂອງ​ສູ​ຮວາຍ​ຢູ.​ເພງ​ນີ້​ແມ່ນ​ເພງ​ໜຶ່ງ​ໃນ​ອາ​ລະ​ບ້ຳ​ຊຸດ​ທຳ​ອິດ​ຂອງ​ນາງທີ່​ອອກ​ມາໃນ​ປີ1998.​ໃນ​ເພງ​ນີ້,ສູ​ຮວາຍ​ຢູ​ໄດ້​ນຳ​ສະ​ເໜີ​ສາວ​ນ້ອຍ​ທີ່​ໜ້າ​ຮັກ​ທັງ​ມີ​ນິ​ໄສຊູຊີ​ຂີ້​ດຶ້ບໍ່​ຟັງ​ຄວາມ​ຜູ່​ອື່ນ.9ປີ​ກ່ອນ,ກໍ​ແມ່ນ​ເພງ ຂ້ອຍ​ແມ່ນ​ສາວ​ນ້ອຍ ​​ເພງ​ນີ້​ແຫຼະ ​ເຮັດ​ໃຫ້​ ​ສູ​ຮວາຍ​ຢູມີ​ຊື່​ສຽງ​ດົ່ງ​ດັງ​ຂຶ້ນ​ໃນ​ວົງ​ການ​ເພງ​ຈີນ.​ແຕ່ວ່າສູ​ຮວາຍ​ຢູ​ເຂົ້າ​ສູ່​ວົງ​ການ​ເພງ​ແມ່ນ​ຍ້ອນ​ໂອກາດ​ບັງ​ເອີນ​ຄື​ໃນ​ຕອນ​ບ່າ​ຍມື້ໜຶ່ງ,​ອາກາດ​ປອດ​​ໂປ່​ງ,ສູ​ຮວາຍ​ຢູຊັກ​ເຄື່ອງຢູ່​ໃນ​​ເຮືອນ​ຕາມ​ປົກກະຕິ.​ໃນ​ເວລາ​ຕາກ​ເຄື່ອງ​ຢູ່​​ລະບຽງ​ເຮືອນ,ນາງ​ຮ້ອງ​ນຳ​ເພງ​ທີ່​ເປີດ​ໃນ​ເທບ,ສຽງ​ເພງ​ຂອງ​ນາງ​ສົ່ງ​ໄປ​ທົ່ວ​ເຂດ​ຄຸ້ມ​ເຮືອນ,​ ​ບັງ​ເອີນ,ທ່ານ​ວັ່ງຊ້ຽວລຽງ ຜູ່​ຜະລິດ​ດົນຕີ​ທີ່​ມີຊື່​ສຽງ​ຂອງ​ໄຕ້​ຫວັນ​ໄດ້​ຍິນ ​,​ເລີຍ​ ເຫັນ​ພອນ​ສະຫວັນ​ຂອງ​ສູ​ຮວາຍ​ຢູ,​​ແລ້ວ​ພາ​ນາງ​ເຂົ້າ​ສູ່​ບໍລິສັດ​ແຜ່ນສຽງ​rolling stone.

ພາຍຫຼັງ​ອາ​ລະ​ບ້ຳ​ຊຸດ​ທຳ​ອິດ​ທີ່​ວາງ​ອອກ​ເມື່ອ​ເດືອນ​ມີນາ​ປີ1998​ໄດ້​ຮັບ​ຜົນສຳ​ເລັດ​ດີ,​ໃນ​ເດືອນ​ສິງຫາ​ປີ​ດຽວ​ກັນ,ສູ​ຮວາຍ​ຢູ​ໄດ້​ອອກ​ອາ​ລະ​ບ້ຳ​ຊຸດ​ທີ​ສອງ​ ທີ່ຊື່ວ່າ​ບຸກໄປ​ໜ້າ. ​ໂດຍ​ອີງ​​ໃສ່​ສະ​ເໜ່ທີ່​ທຳ​ມະ​ຊາດ,ສົດ​ຊື່ນ,ໜ້າ​ຮັກ,ບວກ​ກັບ​ສຽງ​​ຫວານ​ແລະເສາະ​ໃສ​,ສູ​ຮວາຍ​ຢູ​ໄດ້​ພິຊິດໃຈ​ຂອງ​ແຟນ​ເພງ​​ໄວ​ລຸ້ນ. ອາ​ລະ​ບ້ຳ ​ແລ່ນ​ໄປ​ໜ້າ ຂາຍ​ດີ​ທີ່​ສຸດ,ສູ​ຮວາຍ​ຢູຍິ່ງ​ໄດ້​ຮັບ​ນາມມະຍົດ​ຕ່າງໆ​ເຊັ່ນ"ຫວານ​ໃຈ​ຊາຍ​ໜຸ່ມ" "ລາ​ຊີ​ນີ​ມວນ​ຊົນ"​ເປັນ​ຕົ້ນ​.ຕໍ່​ໄປມາ​ຟັງ​ເພງ  ຕິ່ງ​ຕົ່ງ​,​ ​ເພງ​ດັງໃນ​ອາ​ລະ​ບ້ຳ​ດັ່ງກ່າວ. ຕິ່ງ​ຕົ່ງ ຢູ່​ທີ່​ນີ້​ໝາຍ​ເຖິງ​ສຽງ​ກະຕິ​ງປະຕູ. ​ເພງ ​ໄດ້​​ເວົ້າ​ເຖິງ​ສາວ​ຜູ່​ໜຶ່ງ​​ໃຈ​ກ້າບີບ​ກະຕິ​ງປະຕູ​ຂອງ​ອ້າຍ​ບ່າວ​ເພື່ອສະ​ແດງ​ຄວາມ​ຮັກ​ຂອງ​ຕົນ​ຢ່າງ​ກ້າຫານທີ່​ສະທ້ອນ​ໃຫ້​ເຫັນ​ທັດສະນະ​ຄວາມ​ຮັກ​ທີ່​ເຊື່ອ​ໝັ້ນ​ຕົນ​ເອງ​ແລະ​ກົງ​ໄປ​ກົງ​ມາ.​ເພງ​ນີ້​​ມີ​ບັນຍາກາດ​ໜ້າ​ຮັກ​ແລະ​ຄຶກຄື້ນ,​ເຊີ​ນຟັງ​ນຳ​ກັນ​ເລີຍ.

ປ່ອຍ​ເພງສູ​ຮວາຍ​ຢູ​ເກີດ​ຢູ່​ໃນ​ຄອບຄົວ​ທຳ​ມະ​ດາ,ນາງ​ມີ​ປະສົບ​ການ​ທີ່​ໜ້າ​ສົນ​ໃຈ​ຄື​ຖືກ​ຄົ້ນພົບ​ໃນ​​​ເວລາທີ່​ກຳລັງ​ຕາກ​ເຄື່ອງ​ ໃນ​ຕອນ​ທີ່​ເປັນ​ສາວ​ນ້ອຍ,​ແລ້ວ​ກາຍ​ເປັນ​ນັກ​ຮ້ອງ​ທີ່​ໃຜໆ​ກໍ​ຮູ້​ຈັກ,ສະ​ນັ້ນ​,​ແຟນ​ເພງ​ຈິ່ງ​ເອີ້ນ​ນາງ​ເປັນ"ລາ​ຊີ​ນີມວນ​ຊົນ".​ແລະນັບ​ແຕ່​ເຂົ້າ​ສູ່​ວົງ​ການ​ເພງ​,ສູ​ຮວາຍ​ຢູກໍ​ສະ​ແດງ​ໃຫ້​ເຫັນໂສມ​ໜ້າ​ທີ່ສົດ​ຊື່ນ ມີ​ພະລັງ​ຊີວິດ,ມັກ​​ເຕັ້ນ​ລຳຕະຫຼອດ​ມາ,ສຽງ​​ເສາະ​​ໃສ​ບວກ​ກັບ​ເພງ​ເຕັ້ນ​ທີ່​ຕື່ນ​ເຕັ້ນ,​ເຮັດ​ໃຫ້​ນາງ​​ໃກ້ຊິດ​ກັບ​ແຟນ​ເພງ,​ແລະ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ແຟນ​ເພງ. ​ນີ້​ກໍ​ແມ່ນ​ສາ​ເຫດ​ອັນ​ໜຶ່ງ​ທີ່​ແຟນ​ເພງ​ເອີ້ນ​ນາງ​ເປັນ"ລາ​ຊີ​ນີ​ມວນ​ຊົນ".ປີ2000,ສູ​ຮວາຍ​ຢູ​ໄດ້ອອກ​ອາ​ລະ​ບ້ຳ​ຊຸດ​ທີ4​ຂອງ​ຕົນ​ທີ່​ຊື່ວ່າlove.​ເພງ​ຕ່າງໆ​ໃນ​ອາ​ລະ​ບ້ຳ​ໄດ້​ບັນ​ລະ​ຍາຍ​ຄວາມ​ຮັກ​ໃນ​ແຕ່​ລະ​ດ້ານ.​ໃນ​ນັ້ນ,​ເພງ​ແຍກ​ທາງ​ກັນ ກໍ​ແມ່ນ​​ເພງ​ສະບາຍ​ຄວາມ​ໃນ​ໃຈເພງ​ໜຶ່ງ​ທີ່ພັນ​ລະ​ນາ​ຄວາມ​​ໂສກ​ເສົ້າ​ແລະ​ທໍລະມານ​ໃຈຂອງ​ຄູ່​ຮັກ​ໃນ​ເວລາ​ແຍກ​ທາງ​ກັນ.​ໃນ​ເລ​ລາ​ນຳ​ສະ​ເໜີ​ເພງ​ນີ້,ສຽງ​ຮ້ອງ​ຂອງສູ​ຮວຍ​ຢູປະສານ​ກັນ​ລະຫວ່າງ​ສຽງ​ທີ່​​ເສາະ​ໃສ​ໃນ​ອາລົມ​ທີ່​ແສນ​ເສົ້າ,​ເຮັດ​ໃຫ້ຊາບ​ຊຶ້ງ​ໃຈ​ຜູ່​ຟັງຫຼາຍ.​ພາຍ​ລຸນ​ມາ,ເພງ ກໍ​​ໄດ້​ກາຍ​ເປັນ​ເພງ​ດັງ​ກວ່າ​ໝູ່​ຂອງນາງ.

ປ່ອຍ​ເພງ​ແຍກ​ທາງ​ກັນ

ທີ່​ຈົບ​ໄປ​ນັ້ນ​ແມ່ນ​ເພງ ​ແຍກ​ທາງ​ກັນ ​ເຊິ່ງຄັດ​ເລືອກ​ຈາກ​ອາ​ລະ​ບ້ຳ​ຊຸດ​ທີ4ທີ່​ຊື່ວ່າlove ​ຂອງ​ສູ​ຮວາຍ​ຢູ.​ເມື່ອ​ກ່າວ​ເຖິງ​ອາ​ລະ​ບ້ຳ​ຊຸດ​ນີ້,ກໍ​ຕ້ອງ​​ເວົ້າ​ເຖິງ​ເພງ  ຢຽບ​ຟອງ​ທະ​ເລ.​ມິດ​ລາຍການ​ອາດ​ຈະ​ຄຸ້ນ​ຫູ​ດີ.​ເພາະວ່າ​ໃນ​ລາຍການຕ່າງໆ​ຂອງCRI​ໄດ້​​ເປີດ​ເພງ​ນີ້​ເລື້ອຍໆ,ຍັງ​ມີ​ຜູ່​ຟັງ​ຂໍ​ຟັງ​ເລື້ອຍໆ.ດວງ​ມະນີ​​ເອງ​ກໍ​ມັກ​ເພງ​ນີ້​ຫຼາຍຄື​ກັນ.ຜູ່​ຟັງ​ຫຼາຍ​ທ່ານ​ມັກ​ເພງ​ນີ້​ອາດ​ແມ່ນ​ຍ້ອນ​ຈັງຫວະ​ຕື່ນ​ເຕັ້ນ​ມ່ວນ​ຊື່ນ​ຂອງ​ເພງ​ນີ້.​ແຕ່​ທ່ານ​ອາດ​ຈະ​ບໍ່​​ຮູ້​ວ່າເນື້ອເພງ​ນີ້​​ເວົ້າ​ເຖິງຫຍັງ​.ທີ່​ຈິງ​ແລ້ວ,​ນີ້​ແມ່ນ​ເພງ​ປະ​ເພດ​ຊີວິດ​ໃນ​​ໄວຮຽນ​ທີ່​ອະ​ມະຕະ​ຂອງ​​ແຂວງໄຕ້​ຫວັນຂອງ​ຈີນ.​ເພງ​ນີ້​ວາດ​ພາບ​ຄວາມ​ມ່ວນ​ຊື່ນ​ຂອງ​ຄົນ​ທີ່​ໄປ​​ທ່ຽວແຄມ​ທະ​ເລ,ຢຽບ​ຟ້ອງ​ທະ​ເລ​ຫຼີ້ນໃນ​ຍາມ​ລະດູ​​ປານ​ໃໝ່​ທີ່​ປອດ​ໂປ່​ງ ​ເພື່ອ​ສຳ​ຜັດ​ກັບ​ທຳ​ມະ​ຊາດ.​ເນື້ອ​ເພງ​​ໄດ້​ກ່າວ​ເຖິງ​ທ້ອງຟ້າ​ສີ​ຄາມ,​ເມກ​ຂາວ,​ຟອງ​ທະ​ເລພ້ອມ​ດ້ວຍ​ດອກ​ໄມ້​ບານ​ເຮືອງ​ເຮືອ​ຢູ່​​ເທິງ​ພູ​ແຄມ​ທະ​ເລ,ທັງ​ໝົດ​​ເຫຼົ່າ​ນີ້​ເຮັດ​ໃຫ້​ ​ຮູ້ສຶກວ່າຕົວ​ເອງ​​ເໝືອນ​ດັ່ງໄດ້​ໄປ​ແຄມ​ທະ​ເລ​ທີ່​ສວຍ​ງາມ​ແທ້ໆ,​ແລະ​ເພີດ​ເພີນ​ໃຈ​ທີ່​ສຸດ.ທ່ານ​ຜູ່​ຟັງ​ເຫັນ​ດີ​ນຳ​ດວງ​ມະນີ​ບໍ່,​ເພງ​ມ່ວນໆ​ຟັງ​ຍາມ​ໃດ​ກໍ​ບໍ່​ເບື່ອ.ບັດ​ນີ້,ມາ​ຟັງ​ເພ​ງ,​ເພື່ອ​ສຳຜັດ​ກັບ​ທຳ​ມະ​ຊາດ​ທີ່​ສົດ​ຊື່ນ​ແລະ​ສວຍ​ງາມ​ໃນ​ສຽງ​ເພງ​ນີ້.
ປ່ອຍ​ເພງຢຽບ​ຟອງ​ທະ​ເລ

ປີ2002,ສູ​ຮວຍ​ຢູ​ໄດ້​ອອກ​ອາ​ລະ​ບ້ຳ​ຊຸດ​ທີ5​ທີ່​ຊື່ວ່າmiss right ,ປີ2003,​ໄດ້​ອອກ​ອາ​ລະ​ບ້ຳ​ ​ລວມ​ເພງ​ຮິ​ດ. ​ການ​ຮ້ອງ​ເພງ​ຂອງ​ສູ​ຮວາຍ​ຢູ​ໄປ​​ໄດ້​ດີ,ບໍລິສັດ​ໂຄສະນາ​ຕ່າງໆ​ກໍ​​ເຊີນນາງ​ຖ່າຍ​ສະປອດ​​ໂຄສະນາ​ສິນຄ້າ.ນາງ​ຍັງ​ໄດ້​ທົດ​ລອງ​ເປັນ​ພິທີ​ກອນ​ລາຍການ​​​ບັນ​ເທີ​ງທາງ​ໂທລະພາບ.ພາຍຫຼັງ​ປີ2003,ສູ​ຮວາຍ​ຢູ​ໄດ້​ເນັ້ນ​ໄປ​ໃນ​ດ້ານ​ການສະ​ແດງຮູບ​ເງົາ​ແລະ​ລະຄອນໂທລະພາບ,ນາງ​ໄດ້​ເປັນ​ນາງ​ເອກ​ຫຼື​ຕົວ​ປະກອບ​ເດັ່ນໆ​ຫຼາຍ​ເລື່ອງ.ນາງ​ບອກ​ວ່າ,ການ​ພັດທະນາ​ໃນ​ຫຼາຍ​ດ້ານ​​ເຮັດ​ໃຫ້​ຕົວ​ເອງ​ໄດ້​ຮຽນ​ຮູ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ,ທັງ​ໄດ້​​ເປີດ​ກວ້າງ​ວຽກ​ງານ​ສິລະ​ປະການ​ສະ​ແດງ​ຂອງ​ຕົນ.​ໃນ​ວົງ​ການ​ເພງປັດຈຸບັນ​,ນັກ​ຮ້ອງ​ນ້ອງ​ໃໝ່​​​ເກີດ​ຂຶ້ນ​ຫຼາຍ,ຖ້າວ່າ​ຕົວ​ເອງ​ບໍ່​ມີ​ການ​ພັດທະນາ​ກໍ​ຈະ​ຫຼ້າ​ຫຼັງ.ນາງ​ຢາກ​ເປັນ​ສິລະ​ປິນທີ່​ມີ​ຄວາມ​ສາມາດ​ຫຼາຍ​ດ້ານ.​ເຫັນ​ໄດ້​ວ່າ,ຄວາມ​ສຳ​ເລັດ​ຜົນ​ຂອງ​ສູ​ຮວາຍ​ຢູບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ຄວາມ​​ໂຊກ​ດີ​ເທົ່າ​ນັ້ນ,​ແຕ່​ສ່ວນ​ໃຫຍ່​ແມ່ນ​ຍ້ອນ​ນາງ​ທຳ​ຄວາ​ມພະຍາຍາມ​ແລະ​ທ້າ​ທາຍ​ຕົວ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ເດືອນ​ພຶດສະພາ​ປີ​ນີ້,ພາຍຫຼັງ​ອຳ​ລາ​ຈາກ​ວົງ​ການ​ເພງ5​ປີ,ສູ​ຮວຍ​ຢູ​ໄດ້​ນຳ​ເອົາ​ອາ​ລະ​ບ້ຳ​ຊຸດ​ໃໝ່​ທີ່​ຊື່ວ່າ"bad girl" ກັບ​ຄື​ນສູ່​ວົງ​ການ​ເພງ.ສ່ວນ​ນາງ​​ເອງ​ກໍໄດ້​ຈາກ​ສາວ​ນ້ອຍ​ທີ່​​ໄຮ້​ດຽງສາ​ໃນ​ເມື່ອ​ກ່ອນ​ກາຍ​ມາເປັນ​ສາວ​ໃຫຍ່ເຕັມ​ໂຕ.​ເພງ​ຕ່າງໆ​ໃນ​ອາ​ລະ​ບ້ຳ​ຊຸດ​ໃໝ່​ ​ມີ​ລັກສະນະຂອງ​ສາວ​ໃຫຍ່​ເພີ່ມ​ຂຶ້ນເມື່ອ​ທຽບ​ກັບ​ອາ​ລະ​ບ້ຳ​ໃນ​ເມື່ອ​ກ່ອນ.​ໃນ​ອາ​ລະ​ບ້ຳ​ຊຸດ​ໃໝ່,ມີ​ເພງ​ໜຶ່ງ​ຊື່ວ່າ  ຄວາມ​ເສຍດາຍ​ໃນ​​ໃຈ ​ ນີ້​ແມ່ນ​ເພງ​ສະບາຍ​ອາລົມ​ທີ່​ສູ​ຮວາຍ​ຢູມັກ​ທີ່​ສຸດ.ຕໍ່​ໄປ​ຈະ​ໃຫ້​ມິດ​ລາຍການ​ສຳຜັດ​ໂດຍ​ຕົວ​ເອງ​ວ່າ ​ສູ​ຮວາຍ​ຢູ່​ມີ​ຄວາມ​ປ່ຽນ​ແປງ​ຫຍັງ​ແດ່​ໃນ​ທ່າ​ມກາງ​ສຽງ​ເພງ .
ປ່ອຍ​ເພງຄວາມ​ເສຍດາຍ​ໃນ​​ໃຈ ເມື່ອ​ກີ້​ນີ້​ດວງ​ມະນີ​ໄດ້​ແນະນຳ​ສູ​ຮວາຍ​ຢູ ນັກ​ຮ້ອງ​ໄຕ້ຫວັນ​ພ້ອມ​ດ້ວຍ​ເພງ​ຂອງ​ນາງ​,ຫວັງ​ວ່າ​ຄົງ​ຈະ​ຖືກ​ໃຈ​ທ່ານ​ຢູ່​ຕິ໋​ເນາະ! ​ເວລາ​ຜ່ານ​ໄປ​ໄວ​ຫຼາຍ,​ລາຍການ​ດາວ​ປະດັບ​ຟ້າ​ໃກ້​ຈະ​ໄດ້​ອຳ​ລາ​ຈາກ​ທ່ານ​ແລ້ວ.​ໃນ​ຕອນ​ທ້າຍ​ລາຍການ,ດວງ​ມະນີ​ຈະ​ມອບ​ອີກ​ເພງ​ໜຶ່ງ​ໃນ​ອາ​ລະ​ບ້ຳ​ຊຸດ​ໃໝ່​ຂອງ​ສູ​ຮວາຍ​ຢູ,ຄື​ເພງ ​ ແປ​ວ່າ "ງານແຂ່ງຂັນການ​ຟ້ອນ". ​ເພງ​ນີ້​ໄດ້​ເລົ່າ​ເຖິງ​ສາວຊົນນະບົດຜູ່​ໜຶ່ງ​​ເດີນທາງເຂົ້າ​ເມືອງ​ເພື່ອ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ການ​ຟ້ອນ,ສາວ​ຜູ່​ນີ້​ໄດ້​ສະ​ແດງ​ຄວາມ​ສາມາດ​ການ​ຟ້ອນ​ອັນ​ຍອດ​ຢ້ຽມ​ຂອງ​ຕົນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ສູງ.​ໄປ​ພ້ອມໆ​ກັບ​ສຽງ​ເພງ​ທີ່​ຕື່ນ​ເຕັ້ນ​ມ່ວນ​ຊື່ນ​ເພງ​ນີ້,ລາຍການ​ດາວ​ປະດັບ​ຟ້າຄືນ​ນີ້​ຂໍ​ອຳ​ລາ​ທ່ານ​ໄປ​ກ່ອນ,ດວງ​ມະນີ​ຂອບ​ໃຈ​ນຳ​ທ່ານ​ທີ່ຕິດຕາມ​ຮັບ​ຟັງ​ແລະ​ໃຫ້​ການ​ສະໜັບສະໜູນ​ຕໍ່​ລາຍການ​ນີ້, ຄືນ​ວັນ​ພະຫັດ​ໜ້າ,​ເວລາ​ເກົ່າຈິ່ງ​ຈະ​ກັບ​ມາ​ພົບ​ກັບ​ທ່ານ​ອີກ​,ສະບາຍດີ!