ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-06 15:04:25    
ເວທີ​ປຶກສາ​ຫາລື​ພັດທະນາ​ເສດຖະກິດທີ່​ບໍ່​​ແມ່ນ​ຂອງ​ລັດ​ປີ 2007 ຈັດ​ຂຶ້ນ​ຢູ່ກຳ​ແພງ​ນະຄອນ​ຈຸ​ງກິ​ງ

cri

ຕາມ​ຂ່າວCRI: ວັນ​ທີ 5 ຫາ​ວັນ​ທີ 6 ພະຈິກ​ນີ້, ​ເວທີ​ປຶກສາ​ຫາລືພັດທະນາ​ເສດຖະກິດ​ທີ່​ບໍ່​​ແມ່ນ​ຂອງ​ລັດ​​ປີ 2007 ​ໄດ້​ຈັດ​ຂຶ້ນ​ຢູ່​ຈຸ​ງກິ​ງ, ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.

ທ່ານ​ວາງຢາ​ງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ເລ​ຂາ​ຄະນະ​ພັກກຳ​ແພງ​ນະຄອນ​ຈຸ​ງກິ​ງກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂ​ປະຊຸມ​ວ່າ, ​ໃນ 30 ປີ​ມາ​ນີ້, ​ເສດຖະກິດທີ່​ບໍ່​​ແມ່ນ​ຂອງ​ລັດ​​ໄດ້​ຜ່ານການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງຄື​ຈາກ"ການ​​ເພີ່ມ​ເຕີມ​ທີ່​ມີ​ຜົນ​ດີ"ກາຍ​ເປັນ"ສ່ວນ​ປະ​ກອບ​ສຳຄັນ"ຂອງ​ເສດຖະກິດ​ຕະຫຼາດ​​ສັງຄົມ​ນິຍົມ. ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​​ໄຂ​ສັງກາດ​ໃໝ່​​ໃຫ້​ແກ່ການ​ປະຕິ​ຮູບ​​ແລະ​ການພັດທະນາ​ຂອງ​ຈີນ​ທີ່​ສືບ​ຕໍ່​​ເສີມຂະຫຍາຍ​ພາລະກິດ​ຂອງ​ຄົນ​ລຸ້ນກ່ອນ, ​ເສ​ດຖະກິດ​ທີ່​ບໍ່​​ແມ່ນ​ຂອງ​ລັດ​ກໍ​ໄດ້​ເຂົ້າ​ສູ່​ໄລຍະ​ປະຫວັດສາດ​​ໃໝ່​ທີ່​ຂະຫຍາຍຕົວ​ຢ່າງ​ຟົດ​ຟື້ນ.

ທ່ານ​ນາງ​ໂອ​ຊິນສຽນ ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ໃນ​​ເວທີປຶກສາ​ຫາລື​ວ່າ, ລັດຖະບານ​ຈີນ​ຈະ​ປັບປຸງ​ກົດໝາຍເສດຖະກິດ​ທີ່​ບໍ່​​ແມ່ນ​ຂອງ​ລັດ​ໃຫ້​ສົມບູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ດ້ານ​ອົງກອນ​ເສດຖະກິດ ສິດ​ຊັບ​ສິນ ການ​ເກັບ​ອາກອນ​ແລະ​ດູດ​ດຶງ​ການ​ລົງທຶນ​ເປັນ​ຕົ້ນ, ຍົກ​ເລີກ​ສິ່ງ​ກີດ​ຂວາງ​ຕໍ່​ການ​ຂະຫຍາຍ​ຕົວ​ຂອງເສດຖະກິດ​ທີ່​ບໍ່​​ແມ່ນ​ຂອງ​ລັດ​; ວາງ​ມາດຕະຖານຕໍ່ຂົງ​ເຂດ​ຕ່າງໆ, ​ເຜີຍ​ແຜ່​ລະບຽບ​ການ, ​ເຮັດ​ໃຫ້ການ​ເຂົ້າ​ສູ່ຂົງ​ເຂດຕ່າງໆ​ມີ​ຄວາມ​ສະ​ເໝີ​ພາບ​ຢ່າງ​ແທ້​ຈິງ.

​ມາ​ຮອດ​ປີ 2006, ຈີນ​ມີ​ຜູ່​ເຮັດ​ວຽກ​ຢູ່​ວິ​ສາ​ຫະກິດ​ທີ່​ບໍ່​​ແມ່ນ​ຂອງ​ລັດ​​ເຊັ່ນ​ວິ​ສາ​ຫະກິດ​ຄອບຄົວ​ແລະ​ເອກ​ກະ​ຊົນ​ປະມານ140 ລ້ານ​ຄົນ, ມູນ​ຄ່າ​ການ​ຄ້າ​ຫຼາຍ​ກວ່າ6000​ຕື້​ຢວນ.