ພາກເໜືອຫວຽດນາມເກີດພະຍາດຖອກທ້ອງ ກະຊວງການຕ່າງປະເທດຈີນເຕືອນປະຊາຊົນຈີນທີ່ຈະໄປຫວຽດນາມລະວັງການກິນດື່ມ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 6 ພະຈິກນີ້, ກະຊວງການຕ່າງປະເທດຈີນປະກາດຂ່າວວ່າ, ເຕືອນປະຊາຊົນຈີນທີ່ຈະໄປຫວຽດນາມໃຫ້ລະວັງການກິນດື່ມໃຫ້ສະອາດ, ເພາະສື່ມວນຊົນຫວຽດນາມລາຍງານວ່າ, ນັບແຕ່ທ້າຍເດືອນຕຸລາແລ້ວນີ້ເປັນຕົ້ນມາ, ພາກເໜືອຫວຽດນາມໄດ້ເກີດພະຍາດຖອກທ້ອງຢູ່ຫຼາຍທ້ອງຖິ່ນ, ດຽວນີ້ໄດ້ມີ 600 ກວ່າຄົນໃນ 11 ແຂວງແລະເມືອງເປັນພະຍາດນີ້ແລ້ວ, ໃນນັ້ນ, ຮ່າໂນ້ຍໜັກໜ່ວງກວ່າໝູ່. ປະຈຸບັນ, ພະຍາດຍັງພວມແຜ່ລະບາດຕໍ່ໄປ. ພາກສ່ວນສາທາລະນະສຸກຫວຽດນາມກ່າວວ່າ, ສາເຫດທີ່ພາໃຫ້ເປັນພະຍາດນີ້, ແມ່ນຍ້ອນກິນອາຫານທີ່ບໍ່ສະອາດ, ເຊັ່ນ: ແຈ້ວກຸ້ງ, ຜັກດິບແລະອາຫານທະເລດິບເປັນຕົ້ນ.
ກົມກົງສູນກະຊວງການຕ່າງປະເທດຈີນແລະສະຖານທູດຈີນປະຈຳຫວຽດນາມເຕືອນໃຫ້ປະຊາຊົນແລະຄະນະອົງການຈັດຕັ້ງຄົນຈີນເອົາໃຈໃສ່ນຳຄວາມສະອາດຂອງອາຫານການກິນກິນອາຫານດິບຫຼືບໍ່ສຸກຄັກ, ແລະລະວັງເຄື່ອງປຸງລົດອາຫານ.
|
|