ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-07 18:22:57    
ລາ​ຄາ​ນ້ຳ​ມັນ​ສາ​ກົນ​ສ້າງ​ສະ​ຖິ​ຕິ​ສູງ​ໃໝ່

cri Author: shuo
​ຕາມ​ຂ່າວCRI:ຍ້ອນ​ຖື​ກຜົນ​ກະທົບ​ຈາກ​ປັດ​ໄຈ​ຕ່າງໆ ​ເຊັ່ນ​ລາຄາ​​ເງິນໂດ​ລາ​ສະ​ຫະ​ລັດ​ອ່ອນແລະ​ການ​ສະ​ສົມນ້ຳມັນ​ດິບ​ຂອງ​ອາ​ເມ​ລິ​ກາ​ຄາດ​ວ່າ​ຈະ​ຫຼຸດໜ້ອຍລົງ,ວັນ​ທີ​6​ພະຈິກ​ນີ້,ລາຄາ​ນ້ຳມັນ​ດິບຊື້​ຂາຍ​​ລ່ວງ​ໜ້າ​ໃນ​ຕະຫຼາດສາກົນ​ໄດ້​ສ້າງ​ສະຖິຕິ​ສູງ​ໃໝ່.

​ໃນວັນ​ທີ6​ພະ​ຈິກ​ນີ້,​ໃນ​ຕະຫຼາດຊື້​ຂາຍ​ສິນຄ້າ​ນິວຢອກ,ລາຄາ​ຊື້​ຂາຍ​ລ່ວງ​ໜ້າຂອງ​ນ້ຳ​ມັນ​ດິບ​ທາດ​ເບົາທີ່​ຈະ​ມອບ​ຮັບ​ສິນຄ້າ​ໃນ​ເດືອນ​ທັນວາ​ນັ້​ນ​ໄດ້​ສູງ​ກວ່າ​ວັນ​ທີ5​ພະ​ຈິກ​2,72​ໂດ​ລາ​ຕໍ່​ບາ​ເຣວ,ລາຄາ​ຕອນ​ຕະຫຼາດ​ແມ່ນ96,7​ໂດ​ລາ,​ແລະ​ເຄີ​ຍສູງ​ຮອດ​97,1​ໂດ​ລາ​ຕໍ່​ບາ​​ເຣວ​ໃນ​ມື້​ດຽວ​ກັນ.​ໃນຕະຫຼາດຊື້​ຂາຍ​ນ້ຳມັນ​ເຊື້ອ​ໄຟ​ສາກົນ​ລອນ​ດອນ,ລາຄາຊື້​ຂາຍລ່ວງ​ໜ້າຂອງ​ນ້ຳມັນ​ດິບ​ທະ​ເລ​ເໜືອ​ເບຼັນທີ່​ຈະ​ມອບ​ຮັບ​ສິນຄ້າ​ໃນ​ເ​ດືອນທັນວາ​ນັ້ນ​ໄດ້​ສູງ​ຂຶ້ນ2,77​ໂດ​ລາ​ຕໍ່​ບາ​ເຣວ,​ລາຄາ​ຕອນເລີກ​ຕະ​ຫຼາດ​ແມ່ນ​93,26​ໂດ​ລາ,​ແລະ​ເຄີຍສູງ​ຮອດ93,56​ໂດ​ລາ​ຕໍ່​ບາ​ເຣວ​ໃນ​ມື້​ດຽວ​ກັນ.​