ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-08 11:45:02    
ບັນ​ດິດ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ​ເວົ້າ​ວ່າ, ການ​ສຳ​ຫຼວດ​ອະ​ວະ​ກາດ​ທາງ​ໄກ​ຂອງ​ມະ​ນຸດ​ຈະ​ຖື "ດວງ​ຈັນ-ດາວ​ອັງ​ຄານ" ​ເປັນ​ວຽກ​ງານ​ຕົ້ນ​ຕໍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 7 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ​, ທ່ານໂອ່​ຢາງ​ຈື້ຢວນ ບັນດິດສະ​ພາ​ບັນດິດວິທະຍາສາດ​ຈີນ, ນັກວິທະຍາສາດ​ຜູ້​ທີ​ໜຶ່ງ​​ແຫ່ງ​ວິທະຍາສາດປະຍຸກຂອງ​ໂຄງການ​ສຳຫຼວດ​ດວງ​ຈັນ​ກ່າວ​ວ່າ, ການ​ສຳຫຼວດອະວະກາດ​ທາງ​ໄກ​ທີ່​ຖື "ດວງ​ຈັນ-ດາວອັງຄານ" ​ເປັນ​ຕົ້ນຕໍຈະ​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ດ້ານວິທະຍາສາດ​ເຕັກນິກ​ການບິນອະວະກາດ​ຂອງ​ມວນ​ມະນຸດ​ໃນ​ອະນາຄົດ.

ຍ້ອນ​ຂົງ​ເຂດ​ອະວະກາດ​ທີ່​ມະນຸດ​ສາມາດ​ສຳຫຼວດ​ໄດ້​ໃນ​ປະຈຸ​ບັນ​ຍັງ​ຈຳກັດ​ຢູ່​ໃນ​ລະບົບສຸລິຍະ​ຈັກ​ກະ​ວານ, ສະ​ນັ້ນ, ການ​ສຳຫຼວດອະວະ​ກາດ​ທາງ​ໄກຈຶ່ງ​ເອີ້ນ​ວ່າ "ການ​ສຳຫຼວດລະບົບສຸລິຍະ​ຈັກ​ກະ​ວານ". ທ່ານໂອ່​ຢາງ​ຈື້ຢວນ​ເວົ້າ​ວ່າ, ການ​ສຳຫຼວດອະວະກາດ​ທາງ​ໄກ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ແຂ່ງຂັນ​ຂອງ​ການ​ພັດທະ​ນາ​ວິ​ທະຍາ​ສາດ​ເຕັກນິກ​ການບິນອະວະກາດ​ໃນ​ສະຕະ​ວັດ​ທີ 21, ມະນຸດ​ຈະ​ຖື "ດວງ​ຈັນ-ດາວອັງຄານ" ​ເປັນ​ວຽກ​ຕົ້ນຕໍ, ດຳ​ເນີນ​ການ​ສຳຫຼວດອະວະກາດ​ໃນ​ລະບົບສຸລິຍະ​ຈັກ​ກະ​ວານ​ຢ່າງຮອບດ້ານ.

ການ​ສຳຫຼວດດວງ​ຈັນ​ແມ່ນ​ໂຄງການ​ເລີ່​ມຕົ້ນ​ຂອງ​ການ​ສຳຫຼວດອະວະກາດ​ທາງ​ໄກ​ຂອງ​ຈີນ. ນອກ​ນີ້, ການ​ຄົ້ນຄວ້າ​ແຜນການ​ສຳຫຼວດດາວ​ອັງຄານ, ດາວ​ພະ​ເຄາະ​ນ້ອຍ​ແລະອະວະກາດລະຫວ່າງ​ດາວ​ພະ​ເຄາະ​ກໍ່​ພວມ​ດຳ​ເນີນ​ຢູ່.