|
 |
(GMT+08:00)
2007-11-09 18:36:18
|
 |
ເວທີປຶກສາຫາລືເສດຖະກິດເອີລົບອາຊີປີ 2007 ປະກາດ"ຄວາມຮັບຮູ້ຄືກັນຊີ່ອ່ານ"
cri
Author: cai
ຕາມຂ່າວ CRI:ວັນທີ 9 ພະຈິກນີ້,ຜູ້ແທນປະເທດສະມາຊິກແລະປະເທດຜູ້ສັງເກດການຂອງອົງການຮ່ວມມືຊຽງໄຮ້ແລະຜູ້ແທນຂອງອົງການຈັດຕັ້ງສາກົນຄືອົງການຢູເນສໂກສະຫະປະຊາຊາດເປັນຕົ້ນທີ່ເຂົ້າຮ່ວມເວທີປຶກສາຫາລືເສດຖະກິດເອີລົບອາຊີປີ 2007 ຢູ່ນະຄອນຊີ່ອ່ານນັ້ນ,ໄດ້ລົງນາມແລະປະກາດ"ຄວາມຮັບຮູ້ຄືກັນຊີ່ອ່ານ".
"ຄວາມຮັບຮູ້ຄືກັນຊີ່ອ່ານ"ຂຽນວ່າ,ໃນເວທີປຶກສາຫາລືເສດຖະກິດເອີລົບອາຊີເທື່ອນີ້,ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄວາມຮັບຮູ້ຄືກັນກ່ຽວກັບຫຼາຍຫົວຂໍ້ເຊັ່ນການສືບຕໍ່ເພີ່ມທະວີການຮ່ວມມືຍຸດທະສາດດ້ານພະລັງງານໃນພາກພື້ນເອີລົບອາຊີ,ການຮັກສາຄວາມປອດໄພດ້ານພະລັງງານໃນພາກພື້ນແລະປະຢັດພະລັງງານ ຫຼຸດການລະບາຍອາຍພິດເຮືອນແກ້ວໃຫ້ໜ້ອຍລົງ;ເພີ່ມທະວີການສ້າງສາພື້ນຖານໂຄງລ່າງຄົມມະນາຄົມແລະສື່ສານຕາມເສັ້ນທາງຜ້າໄໝ,ໃຫ້ຄວາມສະດວກໃນການວິຊາການທ່ອງທ່ຽວ,ບັນລຸເປົ້າໝາຍສ້າງເຂດທ່ອງທ່ຽວທີ່ບໍ່ມີສິ່ງກີດຂວາງ;ຫາລືການສ້າງກົນໄກຮ່ວມມືດ້ານການເງິນທີ່ມີຫຼາຍຊ່ອງທາງຢູ່ເອີລົບອາຊີແລະກົນໄກຮ່ວມມືແລະຫາລືດ້ານການສຶກສາເອີລົບອາຊີເປັນຕົ້ນ.
"ຄວາມຮັບຮູ້ຄືກັນຊີ່ອ່ານ"ຂຽນວ່າ,ພາກພື້ນເອີລົບອາຊີມີກຳລັງແຮງບົ່ມຊ້ອນຂອງການຮ່ວມມືແລະໂອກາດທາງທຸລະກິດອັນມະຫາສານ,ແຕ່ກໍ່ປະເຊີນກັບການທ້າທາຍຫຼາຍດ້ານ.ເພື່ອຮັບມືກັບການທ້າທາຍເຫຼົ່ານີ້,ຄວນທຳຄວາມພະຍາຍາມຢ່າງບໍ່ລົດລະ,ສ້າງກົນໄກຮ່ວມມືເສດຖະກິດພາກພື້ນທີ່ມີຫຼາຍລະດັບ.
|
|
|