|
![](/images/spacer.gif) |
(GMT+08:00)
2007-11-12 14:55:35
|
ກອງປະຊຸມພະລັງງານໂລກຄັ້ງທີ 20 ຈັດຂຶ້ນຢູ່ໂຣມ
cri
![]( /mmsource/images/2007/11/12/nengyuan.jpg)
ຕາມຂ່າວ CRI: ໃນວັນທີ 11 ພະຈິກນີ້, ກອງປະຊຸມພະລັງງານໂລກຄັ້ງທີ 20 ໄດ້ໄຂຂຶ້ນຢູ່ໂຣມ ນະຄອນຫຼວງຂອງອີຕາລີ.
ໃນໄລຍະປະຊຸມ 5 ວັນ, ເຈົ້າໜ້າທີ່ລັດຖະບານ, ຕົວແທນວິສາຫະກິດແລະນັກວິຊາການຈະປິ່ນອ້ອມຫົວຂໍ້ປະຊຸມທີ່ວ່າ "ພະລັງງານໃນອະນາຄົດໃນໂລກທີ່ຕ່າງອາໄສກັນ" ແລກປ່ຽນແລະຫາລືກ່ຽວກັບຫົວຂໍ້ຕ່າງໆ, ເຊັ່ນ: ການລົງທຶນໃນພື້ນຖານໂຄງລ່າງດ້ານພະລັງງານ, ບັນຫາພະລັງງານຂອງປະເທດຈະເລີນໃໝ່ໃນອາຊີ, ຕົວຊີ້ວັດອັນສຳຄັນຂອງພະລັງງານໃນຂະບວນການພັດທະນາສັງຄົມພ້ອມດ້ວຍເສດຖະກິດແລະການພົວພັນລະຫວ່າງພະລັງງານກັບການປ່ຽນແປງຂອງດິນຟ້າອາກາດເປັນຕົ້ນປິ່ນເພີ່ງພາ.
ໃນໄລຍະປະຊຸມ, ຍັງຈະຈັດງານວາງສະແດງເຕັກນິກແລະຜົນສຳເລັດດ້ານພະລັງງານຂອງໂລກ, ສະແດງຜະລິດຕະພັນແລະໝາກຜົນປະດິດສ້າງດ້ານເຕັກນິກຫຼ້າສຸດ.
![]( /mmsource/images/2007/11/12/nengyuan2.jpg)
|
|
|