ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-12 18:18:52    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສ.​ເກົາ​ຫລີ​ແລະ​ສປປ​ເກົາ​ຫລີ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້

cri
ຕາມ​ຂ່າວ cri:ວັນ​ທີ 12 ພະຈິກ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ສາທາລະນະ​ລັດ​ເກົາຫລີ​ກ່າວ​ວ່າ,ມື້​ດຽວ​ກັນ, ສອງ​ຝ່າຍ​ສາທາ​ລະ​ນະ​ລັດ​ເກົາຫລີ​ກັບ​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ຕົກລົງ​ຈັດການ​ເຈລະຈາ​ຂັ້ນລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ສອງ​ຝ່າຍ​ແຕ່ວັນ​ທີ 27 ຫາ​ວັນ​ທີ 29 ​ພະຈິກ​ນີ້,​ເພື່ອ​ຫາລື​ມາດ​ຕະການ​ຜ່ອນຄາຍ​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ລະຫວ່າງ​ເຫນືອ​ໃຕ້​ຂອງ​ແຫລມ​ເກົາຫລີ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສາທາລະນະ​ລັດ​ເກົາຫລີ​ກ່າວ​ວ່າ, ສອງ​ຝ່າຍ​​ໄດ້​ທຳ​ການ​ຕົກລົງ​ດັ່ງກ່າວໃນ​ກອງ​ປະຊຸມ​ກະກຽມ​ທີ່​ຈັດ​ຂຶ້ນ​ຢ່ຫໍູທົງ​ອິນກັກ​ຢູ່​ທີ່​ເບື້ອງ​ຝ່າຍ​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ທີ່​ປານ​ມູນ​ຈອມ.ກະຊວງ​ປ້ອງ​ກັນ​ປະ​ເທດ​ສາທາລະນະ​ລັ​ດ​ເກົາຫລີ​ບໍ່​ໄດ້​ເຜີຍ​ໃຫ້​ຮູ້​ວ່າ​ຫົວ​ຂໍ້​ທີ່​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຈະ​ຫາລື​ໃນ​ການ​ເຈລະຈາ,ພຽງ​ແຕ່​ກ່າວ​ວ່າ, ສອງ​ຝ່າຍ​ຈະ​ຫາລື​ເຮັດ​ແນວ​ໃດ​ປະຕິບ​ລັດ​ມາດ​ຕະການ​ທາງ​ການ​ທະຫານ​ທີ່​ລະບຸ​ໄວ້​ໃນ​ຄຳ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ ສັນຕິພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງລະຫວ່າງ​ເຫນືອ​ໃຕ້​ທີ່​ປະ​ມຸກ​ລັດ​ທັງ​ສອງ​ຝ່າຍ​ເຊັນ​ກັນ​ໃນຕົ້ນ​ເດືອນ​ຕຸລາ​​ແລ້ວ​ນີ້.