ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-13 11:43:49    
ແຂວງ​ຊິ່ງ​ຫາຍ​ຈີນ​ເລັ່ງ​ລັດ​ການ​ຫັນ​ປ່ຽນ​ຮູບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ

cri
ຕາມ​ຂ່າວ CRI: ​ໃນ​ຫຼາຍປີ​ມາ​ນີ້, ​ແຂວງ​ຊິ່ງຫາຍ​ພາກ​ຕາ​ເວັນ​ຕົກ​ຂອງຈີນ​ຍຶດໝັ້ນ​ທິດ​ຊີ້​ນຳ​ທີ່​ວ່າ: ຖື​ຄົນ​ເປັນກົກ, ຖືການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ເປັນ​ວຽກ​ງານ​ອັນ​ດັບ​ໜຶ່ງ, ຈັດ​ວາງ​ຢ່າງ​ມີ​ວິທະຍາສາດ. ​ເພີ່ມ​ທະວີ​ການ​ອະນຸລັກ​ຊີວະ​ພາບ​ຢູ່​ເຂດ​​ແຫຼ່ງ​ນ້ຳຂ​ 3 ​ສາຍ, ຫັນ​ປ່ຽນຮູບ​ການ​ເຕີບ​ໂຕ​ຂອງເສດຖະກິດ​​ເຂດ​ລ້ຽງສັດ.

ຫວ່າງ​ມໍ່ໆ​ນີ້, ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ຂອງ​ແຂວງ​ຊິ່ງຫາຍ​ແຈ້ງ​ໃຫ້​ຊາບ​ວ່າ, ປະຈຸ​ບັນ, ​ໃນ 22 ​ໂຄງການ​ທີ່ຕົກລົງ​ໃນ​​​ແຜນການ​ລວມກ່ຽວ​ກັບ​ການ​ອະນຸລັກ​ແລະ​ສ້າງສາ​ທຳ​ມະ​ຊາດ​ຂອງ​ເຂດສະຫງວນ​ແຫຼ່ງນ້ຳ 3 ​ສາຍ​ຂອງ​​ແຂວງ​ຊິ່ງຫາຍ, ​ໄດ້​ປະຕິບັດ 18 ​ໂຄງການ​ແລ້ວ, ​​ແລະ​ໄດ້​ຮັບ​ຜົນ​ເບື້ອງຕົ້ນ. ​ນັບແຕ່ປະຕິບັດ​ແຜນການດັ່ງກ່າວ​ເປັນ​ຕົ້ນ​ມາ, ທ່ວງທ່າ​ທີ່​ທົ່ງຫຍ້າ​ໃນ​ເຂດ​ປະຕິບັດ​​​ໂຄງການຫຼຸດໜ້ອຍ​ລົງນັ້ນ​ໄດ້​ຮັບ​ການ​ສະກັດ​ກັ້ນ​​ໂດຍ​ພື້ນຖານ, ​ໂດຍ​ຜ່ານ​ການ​ອົບຮົມຝີ​ມື, ​ໄດ້​ບັນລຸ​ການ​ຫັນ​ປ່ຽນ​ຮູບ​ການ​ດຳ​ລົງ​ຊີວິດ​ແລະການ​ຜະລິດ​ຂອງ​ປະຊາຊົນ​ລ້ຽງສັດ, ​ເຕັກນິກ​ຜະລິດ​ແລະ​ລະດັບ​ທຸລະ​ກິດ​ໄດ້​ຍົກ​ສູງ​ຂຶ້ນ​ໂດຍ​ທົ່ວ​ໄປ.

ແຫຼ່ງ​ນ້ຳຂ​ 3 ​ສາຍແມ່ນ​​ແຫຼ່ງຂອງ 3 ​ແມ່​ນ້ຳ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ຄື: ​ແມ່​ນ້ຳ​ຮວງ​ເຮີ, ​ແມ່​ນ້ຳຢາງ​​ເຊ, ​ແລະ​ແມ່​ນ້ຳລ້ານ​ຊ້າງ, ຍ້ອນ​ສາ​ເຫດ​ຈາກທຳ​ມະ​ຊາ​ດ​ແລະຝີ​ມືມະນຸດ, ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດຂອງ​ເຂດ​ນີ້​ຊຸດ​​ໂຊມລົງ​ຢ່າງ​ໜັກໜ່ວງ. ​ແຜນການ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ສິ່ງ​ແວດ​ລ້ອມ​​ທາງ​ທຳ​ມະ​ຊາດເຂດດັ່ງກ່າວຊຸດ​ໂຊມລົງ​ອີກ, ​ແລະ​ເສີມ​ສ້າງຄວາມ​ສາມາດ​ພັດທະນາ​​ແບບ​ຍືນ​ຍົງ​ຂອງ​ເຂດ​ນີ້.