ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-13 15:58:13    
ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະ​ຊາ​ຊາດ​ຢັ້ງ​ຢືນ​ຕໍ່​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ຈີນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 13 ພະຈິກ​ນີ້ ຢູ່​ທີ່​ປັກ​ກິ່ງ, ​ດ໊ອກ​ເຕີ​​ເດ​ວິດ ນາ​ບາ​ໂຣ ​ເຈົ້າ​ໜ້າ​ທີ່​ປະສານ​ງານ​ຂັ້ນສູງຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບໄຂ້ຫວັດ​ສັດ​ປີກ ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ, ​ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ ​ແລະ ການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂະໜາດ​ໃຫຍ່​ຂອງ​ໄຂ້ຫວັດ​ໃນ​ທົ່ວ​ໂລກ.

ທ່ານ​ນາ​ບາ​ໂຣຊີ້​ອອກ​ວ່າ, ໝາກຜົນ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ ​ໃຜ​ກໍ​ຮັບ​ຮູ້​ນຳ, ນີ້​​ແມ່ນຜົນ​ຈາກ​ການ​ຜັນ​ຂະຫຍາຍ​ປະຕິບັດ​ນະ​ໂຍ​ບາຍ​ສັກ​ຢາ​ກັນ​ພະຍາດ​ຂອງ​ຈີນ ​ແລະ​ປະຊາຊົນ​ຈີນ​ມີ​ສະຕິ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ກ່າວ​ວ່າ, ຈີນ​ໄດ້​ຖື​ທ່າ​ທີທີ່​ເປີດ​ເຜີຍ​ແລະ​ປອດ​ໃສ​​ຕະ​ຫຼອດ​ມາ ​ໃນ​ຂົງ​ເຂດ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ລະບາດ​​ຮຸນແຮງຂອງ​ສັດ ​ເຊັ່ນ ພະຍາດ​ໄຂ້​ຫວັດ​ສັດ​ປີກ​ເປັນຕົ້ນ, ບໍ່​ພຽງ​ແຕ່​ໄດ້​ຊ່ວຍ​ເຫຼືອ​ປະ​ເທດ​ອາຊີ​ແລະ​ອາ​ຟິຼກກາ ​ເຊັ່ນ ຫວຽດ​ນາມ​ແລະ​ເອ​ຢິບ​ ​ເພື່ອປ້ອງ​ກັນ​ແລະ​ຄວບ​ຄຸມການ​ລະບາດ​ຂອງພະ​ຍາ​ຍາດເທົ່າ​ນັ້ນ, ຫາກ​ຍັງ​​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ສາກົນ, ນຳ​ໃຊ້​ຂໍ້​ມູນກ່ຽວ​ກັບ​ໄວ​ລັດ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ, ​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມໄຂ້ຫວັດ​ສັດ​ປີກ ​ແລະ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​​ໄຂ້ຫວັດ​ໃນ​ທົ່ວ​ໂລກ.