ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-14 14:45:52    
ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ແມ່ນ​ໂອ​ກາດ​ເພື່ອ​ແກ້​ໄຂ​ບັນ​ຫາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ13​ພະຈິກ​ນີ້,ປາ​ເລັດ​ສະຕິ​ນ ອິດ​ສະລະ​ແອນ ອາ​ເມ​ລິ​ກາ​ແລະ​ຕວກກີ​ຕ່າງ​ກໍ່ໄດ້​ກ່າວ​ວ່າ,ກອງ​ປະຊຸມ​ສາກົນ​ກ່ຽວກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ຈະ​ຈັດ​ຂຶ້ນຢູ່​ອາ​ເມ​ລິ​ກາ​ໃນ​ໄວໆ​ນີ້​ຈະ​ແມ່ນ​ໂອກາດ​ເພື່ອແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັດ​ສະຕິ​ນກັບ​ອິດ​ສະລະ​ແອນ.

ວັນ​ທີ13​ພະຈິກ​ນີ້,ທ່ານ​ມາມຸດ​ ອັບບາສ໌ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນ​ແລະ​ທ່ານ​​ໄຊມ້ອນ ​ເປ​ເຣັສ ປະທານາທິບໍດີ​ອິດ​ສະລະ​ແອນ​ທີ່​ພວມ​ຢ້ຽມ​ຢາມ​ຕວກ​ກີ​ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ສະ​ພາ​ຕວກ​ກີ.​ທ່ານ​ອັບ​ບາສ​ກ່າວ​ວ່າ,ປາ​ເລັດ​ສະ​ຕິນ​​ໃຫ້​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ,​ປາ​ເລັດ​ສະ​ຕິນ​ຫວັງ​ໃຫ້​ແກ້​ໄຂ​ການ​ປະ​ທະ​ກັນ​​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ແຕ່​ບໍ່​ແມ່ນ​ວິທີ​​ຮຸນ​ແຮງ.

ທ່ານ​ເປ​ເຣັດສກ່າວ​ວ່າ,ກອງ​ປະຊຸມ​ສາກົນ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ຈະ​ຈັດ​ຂຶ້ນ​ແມ່ນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັດ​ສະ​ຕິນ​ກັບ​ອິດ​ສະ​ລະ​ແອນ.​ທ່ານ​ຮຽກ​ຮ້ອງ​ໃຫ້​ປາ​ເລັດ​ສະຕິ​ນ​ໃຊ້​ມາດ​ຕະການ,​ເພື່ອສະ​ກັດ​ກັ້ນການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ທີ່​ກີດ​ຂວາງ​ຂະ​ບວນ​ການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ.

ທ່ານ​ອາບ​ດູ​ນລາ ກູນ ປະທານາທິບໍດີ​ຕວກກີ​ກ່າວ​ວ່າ,ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ທີ່​ຈະ​ຈັດ​ຂຶ້ນຈະ​ກາຍ​ເປັນ​ຈຸດ​ຫັນ​ປ່ຽນ​ທີ່​ເຮັດ​ໃຫ້​ບັນ​ລຸ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.​ຕວກ​ກີ​ຫວັງ​ໃຫ້​ເຫັນ​ປະ​ເທດ​ປາ​ເລັດ​ສະ​ຕິນ​ທີ່​​ເປັນ​ເອ​ກະ​ລາດ ມີ​ສັນ​ຕິ​ພາບ​ແລະ​ມີ​ນະ​ຄອນ​ເຢ​ລູ​ຊາ​ເຣັມ​ເປັນ​ນະ​ຄອນ​ຫຼວງ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານທ້ອມ ​ແຄ​ຊີ ຮອງໂຄສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຫວັງ​ວ່າ,​ຜ່ານ​ການ​ຈັດ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຈະ​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ທຳ​ຄວາມ​ພະ​ຍາ​ຍາມ​ຕື່ມ​ອີກ​ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ເລັດ​ສະ​ຕິນ​ກັບ​ອິດ​ສະ​ລະ​ແອນ.