ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-11-14 14:46:59    
ຈີນ​ອອກ​ແຮງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ບໍ​ລິ​ການ

cri
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ນະຄອນ​ປັກ​ກິ່ງ​ເຜີຍ​ໃຫ້​ຮູ້​ວ່າ, ນະຄອນຫຼວງ​ປັກ​ກິ່ງ​ຈະ​ສືບ​ຕໍ່​ປະຕິ​ບັດ​ນະ​ໂຍບາຍ​ປະດິດ​ສ້າງ, ຍຶດໝັ້ນ​ກ້າວ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ອຸດສາຫະກຳ​ທີ່​ມີ​ລະດັບ​ສູງ​ແລະ​ມີ​ປະສິດ​ທິ​ພາບ​ສູງ, ຕັ້ງໜ້າ​ສັບ​ຊ້ອນ​ໂຄງປະກອບ​ອຸດສາຫະກຳ, ອອກ​ແຮງ​ພັດທະນາ​ອຸດສາ​ຫະກຳ​ບໍລິການ​ທີ່​ມີ​ຜະລິດ​ຕົວ​ຈິງ, ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​​ແລະປະສານ​ສົມທົບ​ຮອບດ້ານ​ຂອງ​ເສດຖະກິດ​ແລະ​ສັງຄົມ.

ທ່ານ​ວາງ​ຫາຍ​ພິງ ຮອງ​ປະທານ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ນະຄອນ​ປັກ​ກິ່ງກ່າວ​ວ່າ​, ​ນັບແຕ່​ຕົ້ນປີ​​ມານີ້, ການ​ສັບ​ຊ້ອນ​ໂຄງ​ປະກອບ​ອຸດສາ​ຫະກຳ​ແລະ​ຫັນປ່ຽນ​ຮູບ​ແບບ​ພັດທະນາ​ຂອງ​ນະຄອນ​ປັກ​ກິ່ງ​ໄດ້​ຮັບ​ຜົນ​ຢ່າງ​ເດັ່ນ​ຊັດ, ທ່ວງທ່າ​ພັດທະນາ​ທັງ​ດີ​ທັງ​​ໄວ​ໄດ້​ສະ​ແດງ​ອອກ​ຕື່ມ​ອີກ, ​ໂຄງປະກອບ​ພັດທະນາ​ອຸດສາ​ຫະກຳ​ທີ່​ມີ​ການ​ບໍລິການ​ລັກສະນະ​ການຜະລິດ​​ນຳໜ້າ, ​ແລະ​ອຸດສາ​ຫະກຳ​ບໍລິການ​ຫຼາຍຢ່າງ​ເປັນການ​ຄ້ຳ​ຊູ​ໄດ້​ເກີດ​ຂຶ້ນ​ແລ້ວ. ທ່ານ​ຍັງ​ກ່າວ​ວ່າ​, ຕໍ່​ໄປ, ນະຄອນ​ປັກ​ກິ່ງ​ຍັງ​ຈະ​ພັດທະນາ​ອຸດສາຫະກຳ​ທີ່​ມີ​ຜະລິດ​ຕະພັນຕົວ​ຈິງທີ່​ມີ​ການ​ເງິນ​, ຂໍ້​ມູນ​ຂ່າວສານ, ​ ​ວິທະຍາສາດເຕັກນິກ, ການ​ຄ້າ​​ແລະ​ການຈໍລະ​ຈອນ​ສິນຄ້າ​ເປັນ​ເນື້ອ​ໃນ​ຕົ້ນຕໍນັ້ນ​ຕື່ມ​ອີກ​, ຊຸກ​ຍູ້​ໃຫ້​ໂຄງ​ປະກອບສູງ​ຂຶ້ນ​, ຍົກ​ລະດັບ​ພັດທະນາ​ຂອງ​ລະບົບ​ອຸດສາຫະກຳ​ປັກ​ກິ່ງ​ໃຫ້ສູງ​ຂຶ້ນ​ຢ່າງຮອບດ້ານ.